19 ຝ່າຍມາຣີກໍຈົດຈຳເລື່ອງເຫຼົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ.
19 ແຕ່ນາງມາຣີກໍໄດ້ເກັບເລື່ອງທັງໝົດນີ້ໄວ້ ແລະ ຄິດທົບທວນຢູ່ໃນໃຈ.
ພວກອ້າຍຈຶ່ງອິດສາໂຢເຊັບຫລາຍຂຶ້ນ ສ່ວນຜູ້ເປັນພໍ່ກໍໄດ້ແຕ່ຄຸ່ນຄິດເຖິງເລື່ອງນັ້ນ.
ຂ້ານ້ອຍຖືຮັກສາຖ້ອຍຄຳຂອງພຣະອົງໄວ້ຢູ່ໃນຈິດໃຈ ເພື່ອວ່າຈະບໍ່ໄດ້ເຮັດບາບຕໍ່ສູ້ພຣະອົງ.
ປູ່ຂອງເຈົ້າກໍໄດ້ບອກສອນພໍ່ເໝືອນກັນ ເພິ່ນເຄີຍເວົ້າວ່າ, “ຈົ່ງຈື່ຈຳຄຳທີ່ພໍ່ບອກສອນແລະຢ່າລືມໄລຈັກເທື່ອ. ຈົ່ງເຮັດຕາມຄຳທີ່ພໍ່ບອກສອນແລະເຈົ້າຈະມີຊີວິດຢູ່.
ນີ້ແມ່ນບົດສຸດທ້າຍຂອງເລື່ອງ. ຂ້າພະເຈົ້າຕົກໃຈຢ້ານກົວຈົນໜ້າຊີດໄປ ແຕ່ຂ້າພະເຈົ້າກໍຍັງຈື່ຈຳເລື່ອງລາວທັງໝົດນີ້ໄວ້ໄດ້.
ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈຳໃສ່ໃຈໄວ້. ທາງຂອງພຣະເຈົ້າຢາເວຖືກຕ້ອງ ແລະບັນດາຜູ້ຊອບທຳຍ່ອມດຳເນີນຕາມທາງນີ້, ແຕ່ບັນດາຄົນບາບຈະຕຳສະດຸດ ແລະລົ້ມລົງເພາະລະເລີຍທາງນີ້.
ເມື່ອທຸກຄົນໄດ້ຍິນຂ່າວເຫຼົ່ານັ້ນ ຕ່າງກໍພິຈາລະນາໃນໃຈ ແລະຖາມກັນວ່າ, “ເດັກນີ້ຈະເປັນຢ່າງໃດນໍ? ເພາະເປັນການຈະແຈ້ງແລ້ວວ່າ ຣິດເດດຂອງອົງພຣະຜູ້ເປັນເຈົ້າ ຊົງສະຖິດຢູ່ນຳເດັກຄົນນີ້.”
ທຸກຄົນທີ່ໄດ້ຟັງພວກຜູ້ລ້ຽງແກະເລົ່າ ຕ່າງກໍປະຫລາດໃຈຕໍ່ສິ່ງທີ່ພວກຜູ້ລ້ຽງແກະໄດ້ເລົ່ານັ້ນ.
ແລ້ວພຣະກຸມມານເຢຊູ ຈຶ່ງລົງເມືອກັບພວກເພິ່ນສູ່ເມືອງນາຊາເຣັດ ແລະອ່ອນນ້ອມຍອມຟັງພວກເພິ່ນ ຝ່າຍແມ່ກໍເກັບກຳເລື່ອງທັງໝົດນີ້ໄວ້ໃນໃຈ.
ດາວິດຮູ້ສຶກເຖິງອັນຕະລາຍຂອງຄຳເວົ້າເຫຼົ່ານີ້ ແລະລາວກໍຢ້ານກົວເຈົ້າອາກີເຊທີ່ສຸດ.