Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:17 - ພຣະຄຳພີສັກສິ

17 ເມື່ອ​ພວກ​ຜູ້​ລ້ຽງ​ແກະ​ພົບ​ພຣະ​ກຸມມານ​ແລ້ວ ພວກເຂົາ​ກໍ​ເລົ່າ​ເລື່ອງ​ຕາມ​ທີ່​ພວກເຂົາ ໄດ້ຍິນ​ເຖິງ​ພຣະ​ກຸມມານ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໄດ້​ກະຈາຍ​ຂ່າວ​ເລື່ອງ​ທີ່​ເທວະດາ​ໄດ້​ບອກ​ເລື່ອງ​ເດັກນ້ອຍ​ຄົນ​ນັ້ນ,

Uka jalj uñjjattʼäta Copia luraña




ລູກາ 2:17
10 Jak'a apnaqawi uñst'ayäwi  

ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າ ຈົ່ງ​ມາ​ຟັງ​ເອົາ​ສາ ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ.


ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ.


ພວກເຂົາ​ຈຶ່ງ​ຮີບ​ໄປ ແລະ​ພົບ​ມາຣີ​ກັບ​ໂຢເຊັບ ແລະ​ເຫັນ​ພຣະ​ກຸມມານ​ນອນ​ຢູ່​ໃນ​ຮາງຫຍ້າ.


ທຸກຄົນ​ທີ່​ໄດ້​ຟັງ​ພວກ​ຜູ້​ລ້ຽງ​ແກະ​ເລົ່າ ຕ່າງ​ກໍ​ປະຫລາດ​ໃຈ​ຕໍ່​ສິ່ງ​ທີ່​ພວກ​ຜູ້​ລ້ຽງ​ແກະ​ໄດ້​ເລົ່າ​ນັ້ນ.


ໃນ​ເວລາ​ນັ້ນ ນາງ​ກໍໄດ້​ເຂົ້າ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ເວົ້າ​ເຖິງ​ພຣະ​ກຸມມານ​ໃຫ້​ແກ່​ທຸກຄົນ ໃນ​ນະຄອນ​ເຢຣູຊາເລັມ​ຟັງ ຊຶ່ງ​ພວກເຂົາ​ກຳລັງ​ຄອຍ​ຖ້າ​ການ​ໄຖ່​ໃຫ້​ພົ້ນ​ນັ້ນ.


“ຈົ່ງ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ເຈົ້າ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ແກ່​ເຈົ້າ.” ແລ້ວ​ຊາຍ​ຄົນ​ນັ້ນ ກໍ​ໄປ​ປະກາດ​ທົ່ວ​ທັງ​ເມືອງ ເຖິງ​ສິ່ງ​ທັງຫລາຍ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ສຳລັບ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka