Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:15 - ພຣະຄຳພີສັກສິ

15 ເມື່ອ​ຝູງ​ເທວະດາ​ເຫຼົ່ານັ້ນ ຈາກ​ພວກເຂົາ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ເມືອງ​ເບັດເລເຮັມ​ເທາະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໃຫ້​ພວກເຮົາ​ຮູ້​ນັ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ເມື່ອ​ບັນດາ​ເທວະດາ​ເຫລົ່ານັ້ນ​ຈາກ​ພວກເຂົາ​ໄປ ແລະ ກັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້ລ້ຽງແກະ​ກໍ​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ຍັງ​ເມືອງ​ເບັດເລເຮັມ ແລະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ບອກ​ພວກເຮົາ”.

Uka jalj uñjjattʼäta Copia luraña




ລູກາ 2:15
12 Jak'a apnaqawi uñst'ayäwi  

ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ລົມພະຍຸ​ນັ້ນ ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ເມືອງ​ກິນການ.


ໃນ​ຂະນະທີ່​ທັງສອງ​ພວມ​ຍ່າງ​ລົມກັນ​ໄປ​ນັ້ນ; ທັນໃດນັ້ນ ກໍ​ມີ​ຝູງ​ມ້າໄຟ​ແກ່​ລົດມ້າ​ໄຟ​ຄັນ​ໜຶ່ງ​ແລ່ນ​ຜ່າ​ກາງ​ທັງສອງ​ໄປ ແລະ​ລົມພະຍຸ​ກໍ​ພັດ​ຫອບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ.


ພາລະກິດ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ​ກໍ​ຍິ່ງໃຫຍ່​ຫລາຍ ທຸກຄົນ​ທີ່​ຊົມຊື່ນ​ຍິນດີ​ກໍ​ຢາກ​ເຂົ້າໃຈ​ໃນ​ການ​ກະທຳ​ນີ້.


ໂມເຊ​ຄິດ​ໃນ​ໃຈ​ວ່າ, “ບະ! ປະຫລາດ​ແທ້ໆ ເປັນຫຍັງ​ພຸ່ມໄມ້​ຈຶ່ງ​ບໍ່​ໄໝ້. ເຮົາ​ຈະ​ລອງ​ເຂົ້າ​ໄປ​ໃກ້ໆ​ເບິ່ງດູ.”


ໃນ​ວັນ​ແຫ່ງ​ການ​ພິພາກສາ ຣາຊີນີ​ຝ່າຍ​ທິດໃຕ້​ຈະ​ຢືນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ແຕ່​ທີ່ສຸດ​ແຜ່ນດິນ​ໂລກ​ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ທີ່​ນີ້​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ໂຊໂລໂມນ.”


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


ພວກເຂົາ​ຈຶ່ງ​ຮີບ​ໄປ ແລະ​ພົບ​ມາຣີ​ກັບ​ໂຢເຊັບ ແລະ​ເຫັນ​ພຣະ​ກຸມມານ​ນອນ​ຢູ່​ໃນ​ຮາງຫຍ້າ.


ຂະນະທີ່​ຊົງ​ອວຍພອນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka