Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:9 - ພຣະຄຳພີສັກສິ

9 ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຊັກຂ່າຍ​ວ່າ, “ໃນວັນນີ້ ຄວາມ​ພົ້ນ​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ ເພາະ​ຄົນ​ນີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ໃນ​ວັນນີ້​ຄວາມພົ້ນ​ໄດ້​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ, ເພາະ​ຊາຍ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.

Uka jalj uñjjattʼäta Copia luraña




ລູກາ 19:9
15 Jak'a apnaqawi uñst'ayäwi  

ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?”


ແລະ ເບິ່ງແມ! ພວກ​ທີ່​ເປັນ​ຜູ້ປາຍ ຈະ​ກາຍເປັນ​ຜູ້ຕົ້ນ ແລະ​ພວກ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ.”


ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ‘ອັບຣາຮາມ ພໍ່​ເອີຍ ໂຜດ​ເອັນດູ​ຂ້ານ້ອຍ​ແດ່ທ້ອນ ໂຜດ​ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວ​ມື​ຈຸ່ມ​ນໍ້າ ມາ​ແປະ​ໃສ່​ລິ້ນ​ຂອງ​ຂ້ານ້ອຍ​ໃຫ້​ຊຸ່ມ​ເຢັນ​ແດ່ທ້ອນ ເພາະ​ຂ້ານ້ອຍ​ທົນທຸກ​ທໍລະມານ​ເຫລືອຫລາຍ​ຢູ່​ໃນ​ແປວ​ໄຟ​ນີ້.’


ເສດຖີ​ຕອບ​ວ່າ, ‘ອັບຣາຮາມ​ພໍ່​ເອີຍ ຍັງ​ບໍ່​ພຽງພໍ​ດອກ, ແຕ່​ຖ້າ​ມີ​ຄົນ​ໜຶ່ງ ເປັນ​ຄືນ​ມາ​ຈາກ​ຕາຍໄປ​ຫາ​ພວກເຂົາ ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່.’


ເພາະວ່າ​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມ​ພົ້ນ ທີ່​ມາ​ຈາກ​ພຣະອົງ​ແລ້ວ


ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້


ດ້ວຍເຫດນີ້​ເອງ, ການ​ທີ່​ໄດ້​ຮັບ​ມໍຣະດົກ​ນັ້ນ ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະຄຸນ ເພື່ອ​ພຣະສັນຍາ​ນັ້ນ​ຈະ​ເປັນ​ທີ່​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອສາຍ​ຂອງ​ເພິ່ນ​ທຸກຄົນ ແລະ​ບໍ່ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ຖື​ກົດບັນຍັດ​ພວກ​ດຽວ, ແຕ່​ແກ່​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ອັບຣາຮາມ ຜູ້​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ສະນັ້ນ ພວກເຈົ້າ​ຈົ່ງ​ຮັບ​ຮູ້​ໄວ້​ວ່າ ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ນັ້ນ​ແຫຼະ ເປັນ​ເຊື້ອສາຍ​ແທ້​ຂອງ​ອັບຣາຮາມ.


ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka