Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:6 - ພຣະຄຳພີສັກສິ

6 ຝ່າຍ​ຊັກຂ່າຍ​ກໍ​ຟ້າວ​ລົງ​ມາ ແລະ​ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ​ລາວ​ຈຶ່ງ​ລົງ​ມາ​ທັນທີ ແລະ ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.

Uka jalj uñjjattʼäta Copia luraña




ລູກາ 19:6
11 Jak'a apnaqawi uñst'ayäwi  

ພຣະອົງ​ຕ້ອນຮັບ​ຄົນ​ທີ່​ພົບ​ຄວາມ​ຊົມຊື່ນ​ຍິນດີ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄື​ຜູ້​ທີ່​ຈົດຈຳ​ວ່າ​ພຣະອົງ​ຢາກ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢ່າງໃດ. ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ກໍ​ຍັງ​ເຮັດ​ບາບ​ຕໍ່ໄປ; ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ຫຼາຍ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ສືບຕໍ່​ເຮັດ​ບາບ​ຕັ້ງແຕ່​ສະໄໝ​ບູຮານ​ມາ.


ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ບ່ອນ​ນັ້ນ ພຣະອົງ​ກໍ​ແຫງນ​ໜ້າ​ເບິ່ງ​ຊັກຂ່າຍ ແລະ​ກ່າວ​ແກ່​ລາວ​ວ່າ, “ຊັກຂ່າຍ​ເອີຍ ຮີບ​ລົງ​ມາ ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ.”


ເມື່ອ​ປະຊາຊົນ​ທັງໝົດ​ເຫັນ​ດັ່ງນັ້ນ, ແລ້ວ​ຕ່າງ​ກໍ​ເລີ່ມ​ຈົ່ມ​ວ່າ, “ເປັນຫຍັງ​ທ່ານ​ຜູ້​ນີ້ ຈຶ່ງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ນອກສິນທຳ.”


ພວກເຂົາ​ຈຶ່ງ​ຮີບ​ໄປ ແລະ​ພົບ​ມາຣີ​ກັບ​ໂຢເຊັບ ແລະ​ເຫັນ​ພຣະ​ກຸມມານ​ນອນ​ຢູ່​ໃນ​ຮາງຫຍ້າ.


ແລ້ວ​ເລວີ​ກໍໄດ້​ຈັດ​ງານກິນລ້ຽງ​ອັນ​ໃຫຍ່​ຂຶ້ນ ໃນ​ເຮືອນ​ຂອງຕົນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ ແລະ​ມີ​ຄົນເກັບພາສີ​ກັບ​ຄົນອື່ນ​ອີກ ຈຳນວນ​ຫລວງຫລາຍ​ມາ​ຮ່ວມ​ນຳ​ດ້ວຍ.


ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງຕົນ ໄດ້​ຮັບ​ບັບຕິສະມາ​ແລ້ວ ກໍໄດ້​ເຊີນ​ພວກເຮົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ ຂ້ານ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເຊີນ​ເຂົ້າ​ມາ​ພັກ​ອາໄສ​ໃນ​ເຮືອນ​ຂອງ​ຂ້ານ້ອຍ.” ແລະ​ນາງ​ໄດ້​ວອນຂໍ​ຈົນ​ພວກເຮົາ​ຂັດ​ບໍ່ໄດ້.


ແລ້ວ​ເຈົ້າໜ້າທີ່​ກໍໄດ້​ພາ​ໂປໂລ​ກັບ​ຊີລາ​ຂຶ້ນ​ໄປ​ໃນ​ເຮືອນ​ຂອງຕົນ ແລ້ວ​ໃຫ້​ຄົນ​ແຕ່ງ​ອາຫານ​ມາ​ໃຫ້​ພວກເພິ່ນ​ກິນ, ລາວ​ກັບ​ຄອບຄົວ​ຂອງ​ລາວ​ຈຶ່ງ​ເຕັມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ບັດນີ້​ພວກເຂົາ​ໄດ້​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ.


ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ເປໂຕ ແລະ​ໄດ້​ຮັບ​ບັບຕິສະມາ ແລະ​ໃນ​ວັນ​ນັ້ນ​ມີ​ຄົນ​ເພີ່ມ​ເຂົ້າ​ມາ​ຕື່ມ​ເປັນ​ລູກສິດ​ປະມານ​ສາມພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka