Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:43 - ພຣະຄຳພີສັກສິ

43 ດ້ວຍວ່າ, ເວລາ​ຈະ​ມາ​ເຖິງ ເມື່ອ​ສັດຕູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ ແລະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

43 ວັນ​ເຫລົ່ານັ້ນ​ຈະ​ມາ​ເຖິງ​ເຈົ້າ ເມື່ອ​ສັດຕູ​ຂອງ​ເຈົ້າ​ຂຸດ​ຄູ​ກັ້ນ​ເພື່ອ​ໂຈມຕີ​ເຈົ້າ ແລະ ອ້ອມ​ເຈົ້າ​ໄວ້​ທຸກ​ດ້ານ.

Uka jalj uñjjattʼäta Copia luraña




ລູກາ 19:43
15 Jak'a apnaqawi uñst'ayäwi  

ຄັ້ງໜຶ່ງ ມີ​ເມືອງນ້ອຍ​ແຫ່ງໜຶ່ງ​ທີ່​ມີ​ປະຊາຊົນ​ບໍ່​ຫລາຍ. ກະສັດ​ຜູ້ໜຶ່ງ​ທີ່​ມີ​ອຳນາດ​ຫລາຍ​ໄດ້​ໂຈມຕີ​ເມືອງນີ້. ເພິ່ນ​ປິດລ້ອມ​ເມືອງ​ໄວ້ ແລະ​ຕຽມ​ທະລຸ​ກຳແພງ​ເມືອງ.


ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ເຖິງ​ກະສັດ​ແຫ່ງ​ອັດຊີເຣຍ​ນັ້ນ ມີ​ດັ່ງນີ້: ລາວ​ຈະ​ບໍ່ໄດ້​ເຂົ້າ​ມາ​ໃນ​ນະຄອນ​ນີ້ ຫລື​ແມ່ນແຕ່​ຍິງ​ທະນູ​ລູກ​ດຽວ​ເຂົ້າ​ໄປ. ບໍ່ມີ​ທະຫານ​ຄົນໃດ​ທີ່​ຈະ​ຖື​ໂລ້​ເຂົ້າ​ມາ​ໃກ້ ແລະ​ຈະ​ບໍ່ມີ​ຜູ້ໃດ​ສ້າງ​ສິ່ງ​ປິດລ້ອມ​ນະຄອນ.


ພວກ​ທີ່​ອາໄສ​ຢູ່​ເມືອງ​ຕ່າງໆ​ໃນ​ແຜ່ນດິນ​ໃຫຍ່​ນັ້ນ​ຈະ​ຖືກ​ຂ້າ​ໃນ​ເວລາ​ສູ້ຮົບ​ກັນ. ສັດຕູ​ຈະ​ຂຸດ​ຮ່ອງ​ປ້ອງກັນ​ຕົວ​ແລະ​ສ້າງ​ຄັນຄູ ຕະຫລອດ​ທັງ​ສ້າງ​ກຳແພງ​ອັນ​ແໜ້ນໜາ ເພື່ອ​ປ້ອງກັນ​ໃນ​ການ​ຕໍ່ສູ້​ເຈົ້າ.


ແລ້ວ​ເພື່ອ​ສະແດງ​ວ່າ​ນະຄອນ​ເຢຣູຊາເລັມ​ຖືກ​ປິດລ້ອມ ໃຫ້​ຂຸດ​ຮ່ອງ, ປ້ານ​ດິນ​ເຮັດ​ຄັນຄູ, ເຮັດ​ຄ້າຍ ແລະ​ເຮັດ​ອາວຸດ​ຍິງ​ຕໍ່ສູ້​ເພື່ອ​ປິດລ້ອມ​ເມືອງ​ໄວ້.


ກະສັດ​ໂກດຮ້າຍ​ຫລາຍ, ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກອງ​ທະຫານ​ຂອງຕົນ​ອອກ​ໄປ​ຂ້າ​ຄາດຕະກອນ​ພວກ​ນັ້ນ ແລະ​ຈູດ​ເມືອງ​ຂອງ​ພວກເຂົາ.


ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka