Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:41 - ພຣະຄຳພີສັກສິ

41 ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ໃກ້ ແລະ​ເຫັນ​ຕົວເມືອງ​ແລ້ວ ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ຕົວເມືອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ເມື່ອ​ພຣະອົງ​ມາ​ໃກ້ ແລະ ເຫັນ​ເຢຣູຊາເລັມ​ແລ້ວ, ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ນະຄອນ​ນັ້ນ

Uka jalj uñjjattʼäta Copia luraña




ລູກາ 19:41
14 Jak'a apnaqawi uñst'ayäwi  

ແລ້ວ​ເອລີຊາ​ກໍ​ຈ້ອງເບິ່ງ​ໜ້າ​ຂອງ​ຮາຊາເອນ​ດ້ວຍ​ສາຍຕາ​ອັນ​ເຂັ້ມຂືມ ຈົນ​ລາວ​ຢ້ານ​ແລະ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ທັນໃດນັ້ນ ເອລີຊາ​ກໍ​ຮ້ອງໄຫ້​ຂຶ້ນ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ເມື່ອ​ເບິ່ງ​ຄົນ​ທໍລະຍົດ​ນີ້​ກໍ​ໜ້າເບື່ອ​ເຕັມທີ ເພາະວ່າ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ເມື່ອ​ເຫັນ​ຄົນຊົ່ວຮ້າຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ ຂ້ານ້ອຍ​ເອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.


ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.


ແຕ່​ຂ້ານ້ອຍ​ບໍ່ໄດ້​ຫາ​ໂອກາດ​ໜີ​ຈາກ​ການ​ເປັນຜູ້ລ້ຽງ​ແກະ​ທີ່​ຕາມ​ພຣະອົງ​ໄປ ຂ້ານ້ອຍ​ບໍ່ເຄີຍ​ປາຖະໜາ​ເຫັນ​ວັນ​ແຫ່ງ​ຄວາມ​ຈິບຫາຍ. ພຣະອົງ​ກໍ​ຮູ້​ເລື່ອງ​ນີ້​ດີ; ພຣະອົງ​ກໍ​ຮູ້​ແລ້ວ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ອອກ​ມາ​ຈາກ​ປາກ​ຂອງ​ຂ້ານ້ອຍ ກໍ​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະອົງ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.


ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.


ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka