Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ຊັກຂ່າຍ​ຈຶ່ງ​ແລ່ນ​ລັດ​ໜ້າ​ປະຊາຊົນ​ໄປ ແລະ​ປີນ​ຂຶ້ນ​ຕົ້ນ​ຊຸກະໂມນ​ເພື່ອ​ຈະ​ເຫັນ​ພຣະອົງ ເພາະ​ພຣະອົງ​ກຳລັງ​ຈະ​ສະເດັດ​ຜ່ານ​ໄປ​ທາງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ລາວ​ຈຶ່ງ​ແລ່ນ​ອອກ​ໜ້າ​ກ່ອນ​ແລ້ວ​ປີນ​ຂຶ້ນ​ຕົ້ນໝາກເດື່ອ​ເພື່ອ​ຈະ​ໄດ້​ເຫັນ​ພຣະອົງ, ເພາະ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ​ທາງ​ນັ້ນ.

Uka jalj uñjjattʼäta Copia luraña




ລູກາ 19:4
11 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ ເງິນ​ຖື​ເປັນ​ຂອງ​ທຳມະດາ​ດັ່ງ​ກ້ອນຫີນ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຕົ້ນແປກ​ກໍ​ມີ​ຫລວງຫລາຍ, ແຕ່​ຖື​ເປັນ​ທຳມະດາ​ດັ່ງ​ຕົ້ນ​ໝາກເດື່ອເທດ ທີ່​ເກີດ​ຢູ່​ຕາມ​ຕີນ​ພູ​ຂອງ​ນະຄອນ​ເຢຣູຊາເລັມ.


ໃນ​ຣາຊການ​ຂອງ​ເພິ່ນ ເງິນ​ແລະ​ຄຳ​ໃນ​ນະຄອນ​ເຢຣູຊາເລັມ​ຖື​ວ່າ​ເປັນ​ຂອງ​ທຳມະດາ​ດັ່ງດຽວ​ກັບ​ກ້ອນຫີນ ແລະ​ໄມ້​ແປກ​ກໍ​ມີ​ເຕັມ ຖື​ເປັນ​ຂອງ​ທຳມະດາ​ດັ່ງດຽວ​ກັບ​ໄມ້​ຕົ້ນ​ໝາກເດື່ອ.


ໃນ​ຣາຊການ​ຂອງ​ເພິ່ນ ເງິນ​ໃນ​ນະຄອນ​ເຢຣູຊາເລັມ​ຖື​ເປັນ​ຂອງ​ທຳມະດາ​ດັ່ງ​ກ້ອນຫີນ ແລະ​ໄມ້ແປກ​ກໍ​ມີ​ເຕັມ​ດັ່ງ​ໄມ້ໝາກເດື່ອ​ຕາມ​ເນີນພູ​ຂອງ​ຢູດາຍ.


ພຣະອົງ​ໄດ້​ທຳລາຍ​ຕົ້ນ​ອະງຸ່ນ​ດ້ວຍ​ໝາກເຫັບ ແລະ​ພຣະອົງ​ໄດ້​ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ດ້ວຍ​ນໍ້າກ້າມ.


“ຕຶກ​ທີ່​ໃຊ້​ດິນຈີ່​ສ້າງ​ເພພັງ​ລົງ​ກໍ​ຈິງ, ແຕ່​ພວກເຮົາ​ຈະ​ໃຊ້​ກ້ອນຫີນ​ສ້າງ​ຕຶກ​ນັ້ນ​ຂຶ້ນ​ໃໝ່. ກົກ​ເດື່ອ​ໄດ້​ຖືກ​ຕັດ​ລົງ​ແລ້ວ​ກໍ​ຈິງ, ແຕ່​ພວກເຮົາ​ຈະ​ເອົາ​ກົກສົນ​ທີ່​ງາມ​ປູກ​ໄວ້​ແທນ.”


ອາໂມດ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຜູ້ທຳນວາຍ​ທີ່​ທຳນວາຍ​ຮັບຈ້າງ. ຂ້ອຍ​ເປັນ​ຄົນ​ລ້ຽງ​ສັດ ແລະ​ເປັນ​ຜູ້​ຮັກສາ​ຕົ້ນ​ໝາກເດື່ອເທດ.


ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”


ຊັກຂ່າຍ​ຢາກ​ຈະ​ເຫັນ​ພຣະເຢຊູເຈົ້າ​ວ່າ​ເປັນ​ຄົນ​ແນວໃດ ແຕ່​ລາວ​ບໍ່​ສາມາດ​ເຫັນ​ໄດ້ ເພາະ​ຕົນ​ເປັນ​ຄົນ​ເຕ້ຍ ແລະ​ປະຊາຊົນ​ກໍ​ໜາແໜ້ນ.


ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ບ່ອນ​ນັ້ນ ພຣະອົງ​ກໍ​ແຫງນ​ໜ້າ​ເບິ່ງ​ຊັກຂ່າຍ ແລະ​ກ່າວ​ແກ່​ລາວ​ວ່າ, “ຊັກຂ່າຍ​ເອີຍ ຮີບ​ລົງ​ມາ ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ.”


ເມື່ອ​ຫາ​ທາງ​ເຂົ້າ​ບໍ່ໄດ້​ເພາະ​ມີ​ຄົນ​ຫລາຍ ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຫລັງຄາ​ເຮືອນ ແລະ​ຢ່ອນ​ຄົນເປ້ຍ​ກັບ​ທັງ​ບ່ອນ​ນອນ ລົງ​ຕາມ​ປ່ອງ​ດິນ​ຂໍ​ຕໍ່ໜ້າ​ພຣະເຢຊູເຈົ້າ ທ່າມກາງ​ປະຊາຊົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka