Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:21 - ພຣະຄຳພີສັກສິ

21 ເພາະ​ຂ້ານ້ອຍ​ຢ້ານ​ວ່າ​ທ່ານ​ເປັນ​ຄົນ​ເຂັ້ມງວດ, ທ່ານ​ເຄີຍ​ເກັບ​ເອົາ​ສິ່ງ​ທີ່​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ທ່ານ​ບໍ່ໄດ້​ປູກ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ຂ້ານ້ອຍ​ຢ້ານ​ທ່ານ ເພາະ​ທ່ານ​ເປັນ​ຄົນ​ເຄັ່ງຄັດ, ທ່ານ​ເກັບ​ກຳໄລ​ຈາກ​ທຸລະກິດ​ທີ່​ທ່ານ​ບໍ່​ໄດ້​ລົງ​ທຶນ ແລະ ເກັບກ່ຽວ​ຜົນ​ທີ່​ທ່ານ​ບໍ່​ໄດ້​ຫວ່ານ’.

Uka jalj uñjjattʼäta Copia luraña




ລູກາ 19:21
16 Jak'a apnaqawi uñst'ayäwi  

ອີກ​ຄົນ​ໜຶ່ງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ​ເອີຍ ນີ້​ເດ​ເງິນ​ຫລຽນ​ຂອງທ່ານ ຂ້ານ້ອຍ​ໄດ້​ເອົາ​ຜ້າ​ແພມົນ​ຫໍ່​ມ້ຽນ​ໄວ້.


ເພິ່ນ​ຕອບ​ລາວ​ວ່າ, ‘ອ້າຍ​ຄົນ​ຮັບໃຊ້​ທີ່​ຊົ່ວຊ້າ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ເມື່ອ​ເຈົ້າ​ຮູ້​ວ່າ, ເຮົາ​ເປັນ​ຄົນ​ເຂັ້ມງວດ ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ປູກ.


ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ປະທານ​ໃຈ​ອັນ​ຢ້ານກົວ​ໃຫ້​ແກ່​ເຮົາ, ແຕ່​ໄດ້​ຊົງ​ປະທານ​ໃຈ​ອັນ​ປະກອບ​ດ້ວຍ​ຣິດເດດອຳນາດ ຄວາມຮັກ ແລະ​ການ​ບັງຄັບ​ຕົນ​ໃຫ້​ແກ່​ເຮົາ.


ຜູ້ໃດ​ທີ່​ຝ່າຝືນ​ກົດບັນຍັດ​ຂໍ້ໃດ​ຂໍ້ໜຶ່ງ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຝ່າຝືນ​ກົດບັນຍັດ​ທັງໝົດ.


ໃນ​ຄວາມຮັກ​ນັ້ນ ບໍ່ມີ​ຄວາມ​ຢ້ານ. ຄວາມຮັກ​ອັນ​ຄົບ​ບໍຣິບູນ​ກໍ​ຂັບໄລ່​ຄວາມ​ຢ້ານ​ທຸກຢ່າງ​ອອກ​ໄປ. ເຫດສະນັ້ນ ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ສຳເລັດ​ໃນ​ຄວາມຮັກ ເພາະ​ຄວາມ​ຢ້ານ​ມີ​ຄວາມ​ສຳພັນ​ກັບ​ການ​ລົງໂທດ.


ເພື່ອ​ຈະ​ນຳ​ເອົາ​ການ​ຕັດສິນ​ມາ​ສູ່​ທຸກໆ​ຄົນ ຄື​ລົງໂທດ​ທຸກຄົນ ສຳລັບ​ການ​ກະທຳ​ຊົ່ວ​ທຸກຢ່າງ ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ສຳລັບ​ຄຳ​ຫຍາບຊ້າ​ທຸກໆ​ຄຳ ທີ່​ຄົນ​ເຫຼົ່ານັ້ນ​ໄດ້​ກ່າວ​ໃສ່ຮ້າຍ​ພຣະອົງ.”


ຊາມູເອນ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ກໍຕາມ ແຕ່​ຢ່າ​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ; ແຕ່​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka