Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:13 - ພຣະຄຳພີສັກສິ

13 ກ່ອນ​ຈາກ​ໄປ ເພິ່ນ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ສິບ​ຄົນ​ຂອງຕົນ​ມາ​ຫາ ແລ້ວ​ມອບ​ເງິນ​ຫລຽນ​ໃຫ້​ພວກເຂົາ​ທັງ​ສັ່ງ​ວ່າ, ‘ຈົ່ງ​ເອົາ​ເງິນ​ນີ້​ໄປ​ຄ້າ​ຫາ​ກຳໄລ ຈົນກວ່າ​ເຮົາ​ກັບ​ມາ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເພິ່ນ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ສິບ​ຄົນ​ມາ​ແລ້ວ​ມອບ​ເງິນ​ໃຫ້​ຄົນ​ລະ​ໜຶ່ງ​ມີນາ ແລະ ສັ່ງ​ວ່າ, ‘ຈົ່ງ​ນຳ​ເງິນ​ນີ້​ໄປ​ເປັນ​ທຶນ​ຄ້າຂາຍ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ’.

Uka jalj uñjjattʼäta Copia luraña




ລູກາ 19:13
15 Jak'a apnaqawi uñst'ayäwi  

ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ກໍ​ໄປ​ລົງ​ທຶນ​ທັນທີ ແລະ​ໄດ້​ກຳໄລ​ເທົ່າ​ຕົວ.


ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ໄດ້​ເຂົ້າ​ມາ​ພ້ອມ​ເງິນ​ກຳໄລ​ຫ້າ​ຕະລັນຕົນ​ຕື່ມ​ອີກ ລາວ​ກ່າວ​ວ່າ, ‘ນາຍເອີຍ ທ່ານ​ໄດ້​ມອບ​ເງິນ​ຫ້າ​ຕະລັນຕົນ​ໃຫ້​ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍ​ໄດ້​ກຳໄລ​ຫ້າ​ຕະລັນຕົນ​ຕື່ມ​ອີກ.’


ແລ້ວ​ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ສອງ​ຕະລັນຕົນ ກໍ​ເຂົ້າ​ມາ​ເໝືອນກັນ ແລະ​ເວົ້າ​ວ່າ, ‘ນາຍເອີຍ ທ່ານ​ໄດ້​ມອບ​ເງິນ​ສອງ​ຕະລັນຕົນ​ໃຫ້​ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍ​ໄດ້​ສອງ​ຕະລັນຕົນ​ມາ​ຕື່ມ.’


ຕໍ່ມາ ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ​ກໍ​ເຂົ້າ​ມາ ແລະ​ເວົ້າ​ວ່າ, ‘ນາຍເອີຍ ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ໃຈແຂງ ທ່ານ​ເກັບກ່ຽວ​ຜົນ​ໃນ​ບ່ອນ​ທີ່​ທ່ານ​ບໍ່ໄດ້​ຫວ່ານ ທ່ານ​ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ທ່ານ​ບໍ່ໄດ້​ຝັດ.


ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.


ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ. ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka