ໃນຣາຊການຂອງເພິ່ນ, ຮີເອນຊາວເມືອງເບັດເອນໄດ້ສ້າງເມືອງເຢຣິໂກຂຶ້ນໃໝ່. ຂະນະທີ່ຮີເອນສ້າງພື້ນຖານຂອງເມືອງເຢຣິໂກຂຶ້ນນັ້ນ ອາບີຣາມລູກຊາຍກົກຂອງເພິ່ນກໍຕາຍ ແລະຂະນະທີ່ເພິ່ນສ້າງປະຕູເມືອງຂຶ້ນນັ້ນ, ເຊກຸບລູກຊາຍຫລ້າຂອງເພິ່ນກໍຕາຍອີກ. ເຫດການນີ້ແມ່ນຖືກຕ້ອງຕາມຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ບອກໄວ້ຜ່ານທາງໂຢຊວຍລູກຊາຍຂອງນູນ.