Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:7 - ພຣະຄຳພີສັກສິ

7 ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລ້ວ​ພຣະເຈົ້າ​ຈະ​ບໍ່​ໃຫ້​ຄວາມຍຸຕິທຳ​ແກ່​ຜູ້​ທີ່​ພຣະອົງ​ເລືອກ​ໄວ້ ຜູ້​ທີ່​ຮ້ອງຂໍ​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ບໍ? ພຣະອົງ​ຈະ​ສືບຕໍ່​ຊັກຊ້າ​ໃນ​ການ​ໃຫ້​ຄວາມຍຸຕິທຳ​ແກ່​ພວກເຂົາ​ຢູ່​ບໍ?

Uka jalj uñjjattʼäta Copia luraña




ລູກາ 18:7
31 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.


ພຣະອົງ​ປົກຄອງ​ໂລກ​ດ້ວຍ​ຄວາມ​ສັດຊື່ ຊົງ​ຕັດສິນ​ບັນດາ​ຊົນຊາດ​ຢ່າງ​ຍຸດຕິທຳ.


ຖ້າ​ພວກເຈົ້າ​ຂົ່ມເຫັງ​ພວກເຂົາ ເມື່ອ​ພວກເຂົາ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ຟັງ​ຄຳ​ຮ້ອງທຸກ​ຂອງ​ພວກເຂົາ​ແນ່ນອນ.


ຊາດ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈົ່ມ ວ່າ​ພຣະເຈົ້າຢາເວ​ບໍ່​ຮູ້ຈັກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຈົ້າ ຫລື​ບໍ່​ເບິ່ງແຍງ​ພວກເຈົ້າ ແລະ​ເຝົ້າ​ຮັກສາ? ເມື່ອ​ຖືກ​ທົນທຸກ​ເພາະ​ຄວາມ​ບໍ່​ຍຸດຕິທຳ​ນັ້ນ?


ຈົ່ງ​ຂຽນ​ນິມິດ​ນີ້​ໄວ້ ດ້ວຍວ່າ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ນັ້ນ ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ເກີດຂຶ້ນ​ເປັນ​ຄວາມຈິງ​ເທື່ອ. ແຕ່​ກຳນົດ​ນັ້ນ​ກໍ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ແລະ​ສິ່ງ​ທີ່​ເຮົາ​ສຳແດງ​ຕໍ່​ເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຈິງ. ເບິ່ງ​ຄື​ວ່າ​ມັນ​ມາຮອດ​ຊ້າ​ແທ້ ແຕ່​ຈົ່ງ​ລໍຄອຍ​ເບິ່ງ; ມັນ​ຈະ​ມາຮອດ​ຕາມ​ເວລາ​ທີ່​ເຮົາ​ໄດ້​ກຳນົດ​ໄວ້​ແທ້ ແລະ​ມັນ​ຈະ​ບໍ່​ຊັກຊ້າ.


ແຕ່​ຖ້າ​ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ພົ້ນ​ໄດ້, ແຕ່​ເພື່ອ​ເຫັນ​ແກ່​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ນັ້ນ ພຣະເຈົ້າ​ຈະ​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ດ້ວຍເຫດນັ້ນ ພວກເຈົ້າ​ທີ່​ເປັນ​ຄົນຊົ່ວ​ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ດ້ວຍເຫດນັ້ນ ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.


ເມື່ອ​ເຫດການ​ເຫຼົ່ານີ້​ເລີ່ມ​ເກີດຂຶ້ນ ພວກເຈົ້າ​ຈົ່ງ​ລຸກ​ຢືນ​ແລະ​ເງີຍ​ຫົວ​ຂຶ້ນ ເພາະ​ຄວາມ​ພົ້ນ​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.”


ຜູ້ໃດ​ຈະ​ຟ້ອງ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ແລ້ວ? ພຣະເຈົ້າ​ເອງ​ໄດ້​ປະກາດ​ວ່າ ພວກເຂົາ​ບໍ່ມີ​ຄວາມຜິດ


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ພວກເຮົາ​ພາວັນນາ​ອະທິຖານ​ທັງ​ເວັນ​ແລະ​ຄືນ ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ ເພື່ອ​ຈະ​ໄດ້​ເຫັນ​ໜ້າ​ພວກເຈົ້າ​ອີກ​ສ່ວນ​ຕົວ ເພື່ອ​ຈະ​ເສີມສ້າງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທີ່​ບົກຜ່ອງ​ຢູ່​ນັ້ນ​ໃຫ້​ຄົບເຕັມ.


ພຣະເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຍຸດຕິທຳ ຄື​ພຣະອົງ​ຈະ​ນຳ​ເອົາ​ຄວາມ​ທົນທຸກ​ໄປ​ສູ່​ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ຖືກ​ທົນທຸກ,


ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.


ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.


ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ.


ຈາກ ເປໂຕ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ, ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ​ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ​ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka