Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:3 - ພຣະຄຳພີສັກສິ

3 ໃນ​ເມືອງ​ນັ້ນ ຍັງ​ມີ​ແມ່ໝ້າຍ​ຜູ້ໜຶ່ງ ໝັ່ນ​ມາ​ຫາ​ຕຸລາການ ເພື່ອ​ຂໍຮ້ອງ​ສິດທິ​ຂອງຕົນ​ໂດຍ​ກ່າວ​ວ່າ, ‘ໂຜດ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ຄູ່ຄວາມ​ແດ່ທ້ອນ’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ໃນ​ເມືອງ​ນັ້ນ​ມີ​ແມ່ໝ້າຍ​ຄົນ​ໜຶ່ງ​ທີ່​ໝັ່ນ​ມາ​ຫາ​ລາວ ແລະ ອ້ອນວອນ​ວ່າ, ‘ຂໍ​ໃຫ້​ຄວາມຍຸຕິທຳ​ຕໍ່​ຄະດີ​ຂອງ​ຂ້ອຍ​ດ້ວຍ’.

Uka jalj uñjjattʼäta Copia luraña




ລູກາ 18:3
13 Jak'a apnaqawi uñst'ayäwi  

ເຈົ້າ​ບໍ່​ພຽງແຕ່​ປະຕິເສດ​ຊ່ວຍ​ແມ່ໝ້າຍ​ທັງຫລາຍ ແຕ່​ເຈົ້າ​ຍັງ​ໄດ້​ປຸ້ນ ແລະ​ຂົ່ມເຫັງ​ເດັກ​ກຳພ້າ​ດ້ວຍ.


ຄົນ​ຂັດສົນ​ທີ່ສຸດ​ນັ້ນ​ຕ່າງ​ກໍ​ກ່າວ​ຊົມເຊີຍ ຂ້ອຍ​ເຄີຍ​ຊ່ວຍ​ໃຫ້​ຄວາມ​ປອດໄພ​ແກ່​ແມ່ໝ້າຍ.


ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”


ຈຶ່ງ​ຕຸ້ຍພີ​ແລະ​ມີ​ອາຫານ​ກິນ​ຢ່າງ​ອຸດົມສົມບູນ. ການ​ເຮັດ​ຊົ່ວ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ. ພວກເຂົາ​ບໍ່​ຍອມ​ໃຫ້​ລູກກຳພ້າ​ມີ​ສິດທິ ຫລື​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຜູ້​ທີ່​ຖືກ​ກົດຂີ່.”


“ຈົ່ງ​ຮີບ​ປອງດອງ​ກັບ​ຄູ່ໂຈດ​ຂອງຕົນ ໃນ​ຂະນະທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ເຈົ້າ​ໄວ້​ກັບ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໄວ້​ກັບ​ເຈົ້າໜ້າທີ່ ແລ້ວ​ເຈົ້າ​ຈະ​ໄດ້​ຖືກ​ຂັງ​ໄວ້​ໃນ​ຄຸກ.


ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ເມືອງ​ໜຶ່ງ​ຍັງ​ມີ​ຕຸລາການ​ຜູ້ໜຶ່ງ ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ.


ເປັນ​ເວລາ​ດົນນານ ທີ່​ຕຸລາການ​ຜູ້​ນີ້ ບໍ່​ຍອມ​ດຳເນີນ​ການ​ໃດໆ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຄິດ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ​ກໍຕາມ,


ແຕ່​ເພາະ​ແມ່ໝ້າຍ​ຜູ້​ນີ້​ກວນໃຈ​ເຮົາ​ຕະຫລອດ​ມາ ເຮົາ​ຈະ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ນາງ ຖ້າບໍ່​ດັ່ງນັ້ນ, ນາງ​ກໍ​ຈະ​ໝັ່ນ​ມາ​ຫາ​ເລື້ອຍໆ ແລະ​ໃນທີ່ສຸດ ເຮົາ​ກໍ​ຈະ​ລຳບາກ​ໃຈ​ຢູ່​ບໍ່​ເຊົາ.”’


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka