Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:16 - ພຣະຄຳພີສັກສິ

16 ແຕ່​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ເດັກນ້ອຍ​ມາ​ຫາ​ພຣະອົງ ແລະ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫຼົ່ານັ້ນ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ຂອງ​ພຣະເຈົ້າ ກໍ​ເປັນ​ຂອງ​ຄົນ​ທີ່​ເໝືອນ​ເດັກນ້ອຍ​ນີ້​ແຫຼະ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແຕ່​ພຣະເຢຊູເຈົ້າ​ເອີ້ນ​ເອົາ​ເດັກນ້ອຍ​ມາ​ຫາ​ພຣະອົງ ແລ້ວ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫລົ່ານັ້ນ​ມາ​ຫາ​ເຮົາ ແລະ ຢ່າ​ຂັດຂວາງ​ພວກເຂົາ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ.

Uka jalj uñjjattʼäta Copia luraña




ລູກາ 18:16
14 Jak'a apnaqawi uñst'ayäwi  

ແລະ​ເມື່ອ​ອີຊາກ​ໄດ້​ແປດ​ວັນ ອັບຣາຮາມ​ກໍ​ເຮັດ​ພິທີຕັດ​ໃຫ້​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ.


ຜູ້ຊາຍ​ຊາວ​ຢູດາ​ທັງໝົດ​ພ້ອມທັງ​ເມຍ ແລະ​ລູກ​ຂອງ​ພວກເຂົາ ຕ່າງ​ກໍ​ພາກັນ​ຢືນ​ຢູ່​ຊ້ອງ​ພຣະພັກ​ຂອງ​ພຣະເຈົ້າຢາເວ.


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ​ເພາະ​ອານາຈັກ​ສະຫວັນ​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.”


ປະຊາຊົນ​ບາງຄົນ​ໄດ້​ນຳ​ລູກ​ນ້ອຍ​ຂອງ​ພວກ​ຕົນ ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ໃຫ້​ພຣະອົງ​ວາງ​ມື​ໃສ່​ພວກເຂົາ ເມື່ອ​ພວກ​ສາວົກ​ເຫັນ​ຈຶ່ງ​ໄດ້​ຫ້າມ​ໄວ້,


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ເອົາ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ເດັກນ້ອຍ ຈະ​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ນັ້ນ​ບໍ່ໄດ້​ຢ່າງ​ເດັດຂາດ.”


ດ້ວຍວ່າ, ຄຳສັນຍາ​ຂອງ​ພຣະເຈົ້າ ແມ່ນ​ໄດ້​ມີ​ໄວ້​ກັບ​ພວກທ່ານ​ທັງ​ລູກ​ຂອງ​ພວກທ່ານ ແລະ​ກັບ​ຄົນ​ທັງປວງ​ທີ່​ຢູ່​ຫ່າງໄກ ຄື​ແກ່​ທຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເອີ້ນ​ໃຫ້​ມາ​ຫາ​ພຣະອົງ​ນັ້ນ.”


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.


ຜູ້ຍິງ​ແລະ​ເດັກນ້ອຍ ແລະ​ຊາວ​ຕ່າງດ້າວ​ທີ່​ໄດ້​ອາໄສ​ຢູ່​ນຳ ທີ່​ເປັນ​ຜູ້​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຈົ້າ.


ຈົ່ງ​ເອີ້ນ​ທຸກໆ​ຄົນ​ມາ​ເຕົ້າໂຮມ​ກັນ​ເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້ຍິນ​ແລະ​ຮຽນຮູ້ ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ​ຢ່າງ​ສັດຊື່.


ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka