ລູກາ 18:11 - ພຣະຄຳພີສັກສິ11 ຄົນຟາຣີຊາຍຢືນນຶກໃນໃຈ ແລະພາວັນນາອະທິຖານ ວ່າ, ‘ຂ້າແດ່ພຣະເຈົ້າ ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເປັນດັ່ງຄົນອື່ນໆທີ່ເປັນຄົນໂລບ, ຄົນບໍ່ສັດຊື່ ຫລືຄົນຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ບໍ່ເປັນດັ່ງຄົນເກັບພາສີຜູ້ນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ຄົນຟາຣີຊາຍນັ້ນຢືນຢູ່ຄົນດຽວ ແລະ ອະທິຖານວ່າ: ‘ຂ້າແດ່ພຣະເຈົ້າ, ຂອບພຣະຄຸນພຣະອົງທີ່ຂ້ານ້ອຍບໍ່ເປັນເໝືອນຄົນອື່ນຄື: ເປັນຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່ເປັນເໝືອນຄົນເກັບພາສີຜູ້ນີ້. Uka jalj uñjjattʼäta |
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”