ລູກາ 18:1 - ພຣະຄຳພີສັກສິ1 ແລ້ວພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກສາວົກຟັງ ເພື່ອສັ່ງສອນພວກເພິ່ນວ່າ, ຈຳເປັນຕ້ອງໝັ່ນພາວັນນາອະທິຖານຢູ່ສະເໝີ ແລະບໍ່ໃຫ້ທໍ້ຖອຍໃຈ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ແລ້ວພຣະເຢຊູເຈົ້າໄດ້ບອກພວກສາວົກຂອງພຣະອົງເປັນຄຳອຸປະມາເພື່ອສະແດງໃຫ້ພວກເພິ່ນເຫັນວ່າພວກເພິ່ນຄວນອະທິຖານຢູ່ສະເໝີ ແລະ ບໍ່ຢຸດ. Uka jalj uñjjattʼäta |
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.