Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:8 - ພຣະຄຳພີສັກສິ

8 ແນ່ນອນ​ຄົງ​ບໍ່​ເປັນ​ເຊັ່ນນັ້ນ ແຕ່​ເຈົ້າ​ຄົງ​ຈະ​ເວົ້າ​ກັບ​ລາວ​ວ່າ, ‘ຈົ່ງ​ຕຽມ​ເຂົ້າ​ແລງ​ໃຫ້​ເຮົາ ແລະ​ລໍ​ຖ້າ​ຮັບໃຊ້​ເຮົາ ຈົນກວ່າ​ເຮົາ​ກິນ​ແລະ​ດື່ມ​ແລ້ວ ແລະ​ຫລັງຈາກ​ນັ້ນ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ໄດ້.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ລາວ​ຈະ​ບໍ່​ເວົ້າ​ບໍ​ວ່າ, ‘ຈົ່ງ​ຕຽມ​ອາຫານຄໍ່າ​ໃຫ້​ເຮົາ, ຕຽມໂຕ​ໃຫ້​ພ້ອມ ແລະ ເຝົ້າ​ຮັບໃຊ້​ເຮົາ​ໃນ​ຂະນະ​ທີ່​ເຮົາ​ກິນ ແລະ ດື່ມ, ຫລັງຈາກນັ້ນ​ເຈົ້າ​ຈຶ່ງ​ກິນ ແລະ ດື່ມ’?

Uka jalj uñjjattʼäta Copia luraña




ລູກາ 17:8
6 Jak'a apnaqawi uñst'ayäwi  

ພໍ​ເມື່ອ​ໂຢເຊັບ​ເຫັນ​ເບັນຢາມິນ​ມາ​ກັບ​ພວກເຂົາ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ພາ​ຄົນ​ເຫຼົ່ານີ້​ໄປ​ໃນ​ເຮືອນ​ຂອງຂ້ອຍ ເພາະ​ໃນ​ຕອນທ່ຽງ ຄົນ​ເຫຼົ່ານີ້​ຈະ​ກິນ​ເຂົ້າ​ນຳ​ຂ້ອຍ. ສະນັ້ນ ຈົ່ງ​ໄປ​ຂ້າ​ສັດ​ແລະ​ຈັດແຈງ​ອາຫານ​ໄວ້​ເດີ.”


ກະສັດ​ດາວິດ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ຫ້ອງ ໄປ​ອາບນໍ້າ, ຫວີຜົມ ແລະ​ປ່ຽນ​ເຄື່ອງນຸ່ງຫົ່ມ. ແລ້ວ​ເພິ່ນ​ກໍ​ໄປ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ພຣະວິຫານ. ເມື່ອ​ເພິ່ນ​ກັບຄືນ​ມາ​ວັງ​ແລ້ວ ເພິ່ນ​ກໍ​ຖາມ​ຫາ​ອາຫານ​ແລະ​ກິນ​ໃນທັນທີ​ໂລດ ເມື່ອ​ພວກເຂົາ​ຍົກ​ມາ​ໃຫ້​ເພິ່ນ.


ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


“ໃນ​ພວກເຈົ້າ ທີ່​ມີ​ຂ້ອຍໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍໃຊ້​ນັ້ນ​ວ່າ, ‘ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ?’


ຜູ້​ເປັນ​ນາຍ​ບໍ່​ຈຳເປັນ​ຕ້ອງ​ຂອບໃຈ​ຄົນ​ຮັບໃຊ້​ຂອງຕົນ​ດອກ​ຕີ້ ເພາະ​ລາວ​ປະຕິບັດ​ຕາມ​ຄຳສັ່ງ​ບໍ່ແມ່ນ​ບໍ?


ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ພາເຂົ້າ ແລ້ວ​ແກ້​ເສື້ອ​ຊັ້ນນອກ​ອອກ ແລະ​ໃຊ້​ຜ້າ​ມັດ​ແອວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka