Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:7 - ພຣະຄຳພີສັກສິ

7 “ໃນ​ພວກເຈົ້າ ທີ່​ມີ​ຂ້ອຍໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍໃຊ້​ນັ້ນ​ວ່າ, ‘ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ?’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 “ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ຄົນຮັບໃຊ້​ໄຖນາ ຫລື ເບິ່ງແຍງ​ແກະ. ເມື່ອ​ຄົນຮັບໃຊ້​ກັບ​ມາ​ຈາກ​ທົ່ງນາ​ລາວ​ຈະ​ບອກ​ຄົນຮັບໃຊ້​ຄົນ​ນັ້ນ​ບໍ​ວ່າ, ‘ມາ​ດຽວນີ້ ມາ​ນັ່ງ​ກິນ​ອາຫານ’?

Uka jalj uñjjattʼäta Copia luraña




ລູກາ 17:7
6 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໂຕ​ດຽວ ແລະ​ຕົກ​ຂຸມ​ໃນ​ວັນ​ຊະບາໂຕ ເຂົາ​ຈະ​ບໍ່​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ບໍ?


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ?


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຄົນ​ໃດ​ຄົນ​ໜຶ່ງ ໃນ​ພວກເຈົ້າ​ມີ​ລູກ ຫລື​ງົວ​ຕົກ​ນໍ້າສ້າງ​ໃນ​ວັນ​ຊະບາໂຕ ລາວ​ຈະ​ບໍ່​ຟ້າວ​ດຶງ​ຂຶ້ນ​ບໍ?”


ໃນ​ສະໄໝ​ຂອງ​ໂນອາ ເຫດການ​ເປັນ​ມາ​ແລ້ວ​ຢ່າງ​ໃດ ໃນ​ສະໄໝ​ຂອງ​ບຸດ​ມະນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”


ແນ່ນອນ​ຄົງ​ບໍ່​ເປັນ​ເຊັ່ນນັ້ນ ແຕ່​ເຈົ້າ​ຄົງ​ຈະ​ເວົ້າ​ກັບ​ລາວ​ວ່າ, ‘ຈົ່ງ​ຕຽມ​ເຂົ້າ​ແລງ​ໃຫ້​ເຮົາ ແລະ​ລໍ​ຖ້າ​ຮັບໃຊ້​ເຮົາ ຈົນກວ່າ​ເຮົາ​ກິນ​ແລະ​ດື່ມ​ແລ້ວ ແລະ​ຫລັງຈາກ​ນັ້ນ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ໄດ້.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka