Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:6 - ພຣະຄຳພີສັກສິ

6 ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ພຽງ​ເລັກນ້ອຍ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ພວກເຈົ້າ​ຈະ​ສັ່ງ​ຕົ້ນມອນ​ນີ້​ວ່າ, ‘ຈົ່ງ​ຖອນ​ຮາກ​ອອກ​ໄປ​ປູກ​ໃນ​ທະເລ’ ແລະ ມັນ​ກໍ​ຈະ​ເຊື່ອຟັງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 17:6
13 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ມາແມ.” ດັ່ງນັ້ນ ເປໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພຣະເຢຊູເຈົ້າ.


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ​ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ເດື່ອເທດ​ນີ້​ໄດ້ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ບໍ່​ພຽງ​ເທົ່ານັ້ນ ພວກເຈົ້າ​ຈະ​ສາມາດ​ສັ່ງ​ແມ່ນແຕ່​ພູເຂົາ​ໜ່ວຍ​ນີ້​ວ່າ ‘ຈົ່ງ​ເຈື່ອນ​ລົງ​ໄປ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.


ກໍ​ປຽບ​ເໝືອນ​ແກ່ນ​ຜັກ​ກາດ​ເມັດ​ໜຶ່ງ, ເມື່ອ​ຫວ່ານ​ລົງ​ໄປ​ໃນ​ດິນ​ມັນ​ກໍ​ນ້ອຍ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.


ພຣະເຢຊູເຈົ້າ​ກ່າວ​ຕອບ​ວ່າ, “ຖ້າ​ສາມາດ​ຊ່ວຍ​ໄດ້ ຢາກ​ເວົ້າ​ຢ່າງ​ນັ້ນ​ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ.”


ກໍ​ເໝືອນ​ກັບ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ ພືດ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ແລະ​ຝູງ​ນົກ​ກໍ​ມາ​ເຮັດ​ຮັງ​ໃສ່​ກິ່ງ​ກ້ານ​ຂອງ​ມັນ.”


“ໃນ​ພວກເຈົ້າ ທີ່​ມີ​ຂ້ອຍໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍໃຊ້​ນັ້ນ​ວ່າ, ‘ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ?’


ດັ່ງນັ້ນ ຊັກຂ່າຍ​ຈຶ່ງ​ແລ່ນ​ລັດ​ໜ້າ​ປະຊາຊົນ​ໄປ ແລະ​ປີນ​ຂຶ້ນ​ຕົ້ນ​ຊຸກະໂມນ​ເພື່ອ​ຈະ​ເຫັນ​ພຣະອົງ ເພາະ​ພຣະອົງ​ກຳລັງ​ຈະ​ສະເດັດ​ຜ່ານ​ໄປ​ທາງ​ນັ້ນ.


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka