Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:3 - ພຣະຄຳພີສັກສິ

3 ຈົ່ງ​ລະວັງ​ໃຫ້​ດີ​ ຖ້າ​ພີ່ນ້ອງ​ເຮັດ​ຜິດບາບ ຈົ່ງ​ຕິຕຽນ​ລາວ ແລະ​ຖ້າ​ລາວ​ກັບ​ຕັ້ງໃຈ​ໃໝ່ ຈົ່ງ​ຍົກໂທດ​ໃຫ້​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ. “ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເຮັດ​ບາບ​ຕໍ່​ພວກເຈົ້າ, ຈົ່ງ​ຕັກເຕືອນ​ພວກເຂົາ ແລະ ຖ້າ​ພວກເຂົາ​ກັບໃຈໃໝ່ ຈົ່ງ​ອະໄພ​ໃຫ້​ພວກເຂົາ.

Uka jalj uñjjattʼäta Copia luraña




ລູກາ 17:3
18 Jak'a apnaqawi uñst'ayäwi  

ຝ່າຍ​ຄົນດີ​ອາດ​ລົງໂທດ​ແລະ​ຕຳໜິ​ຕິຕຽນ ດ້ວຍ​ຄວາມຫວັງ​ດີ​ຕໍ່​ຂ້ານ້ອຍ​ກໍໄດ້, ແຕ່​ຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບ​ກຽດ​ຈາກ​ຄົນຊົ່ວ​ເລີຍ ເພາະ​ຂ້ານ້ອຍ​ຍັງ​ພາວັນນາ​ອະທິຖານ​ຕໍ່ສູ້​ການກະທຳ​ຊົ່ວ​ຂອງ​ພວກເຂົາ​ຢູ່.


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ ທີ່​ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢູ່​ນີ້​ເດັດຂາດ ເພາະ​ສິ່ງ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ​ດັກຈັບ​ພວກເຈົ້າ.


ຄຳ​ຕິຕຽນ​ຄັ້ງດຽວ​ເກີດ​ປະໂຫຍດ​ແກ່​ຄົນ​ມີ​ປັນຍາ ຫລາຍກວ່າ​ຄົນ​ໂງ່ຈ້າ​ຖືກ​ຂ້ຽນຕີ​ເຖິງ​ຮ້ອຍບາດ.


ດັດແປງ​ກໍ່ສ້າງ​ກັນ​ຢ່າງ​ເປີດເຜີຍ ກໍ​ດີກວ່າ​ມີ​ຄວາມຮັກ​ແຕ່​ບໍ່​ສະແດງ​ອອກ.


ຢ່າ​ບອກສອນ​ຄົນ​ທີ່​ອວດດີ​ຈັກເທື່ອ ເພາະ​ລາວ​ຈະ​ຊັງ​ເຈົ້າ​ຍ້ອນ​ຄຳ​ບອກສອນ​ນັ້ນ ແຕ່​ຖ້າ​ເຈົ້າ​ບອກສອນ​ຄົນມີ​ປັນຍາ ລາວ​ຈະ​ນັບຖື​ເຈົ້າ.


ຢ່າ​ຮັກສາ​ຄວາມ​ກຽດຊັງ​ພີ່ນ້ອງ​ໄວ້​ໃນ​ໃຈ ແຕ່​ຈົ່ງ​ສະສາງ​ຄວາມ​ຂັດແຍ້ງ​ກັນ​ກັບ​ຜູ້ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ໃນ​ໂທດ​ຂອງ​ລາວ.


ແລ້ວ​ເປໂຕ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ເຮັດ​ຜິດ​ຕໍ່​ຂ້ານ້ອຍ, ຂ້ານ້ອຍ​ຕ້ອງ​ຍົກໂທດ​ໃຫ້​ລາວ​ຈັກເທື່ອ? ເຖິງ​ເຈັດ​ເທື່ອ​ບໍ?”


“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ


ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.


“ເມື່ອ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ​ຈາກ​ແປວໄຟ ທີ່​ເທິງ​ພູເຂົາ​ຊີນາຍ​ນັ້ນ ພວກເຈົ້າ​ບໍ່ໄດ້​ເຫັນ​ພຣະອົງ. ສະນັ້ນ ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ເອງ


ສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ບໍ່​ລືມໄລ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຈົ່ງ​ເຮັດ​ຕາມ​ພຣະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ຮູບເຄົາຣົບ​ໃດໆ​ສຳລັບ​ຕົນ


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້


ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ ຫລົງ​ຜິດ​ໄປ​ຈາກ​ຄວາມຈິງ ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນັ້ນ​ຕ່າວຄືນ​ມາ​ອີກ,


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເສຍ​ປະໂຫຍດ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ ແຕ່​ຈະ​ໄດ້​ຮັບ​ບຳເໜັດ​ເຕັມ​ສ່ວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka