Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:2 - ພຣະຄຳພີສັກສິ

2 ຖ້າ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່ໆ ຜູກ​ຄໍ​ຜູ້​ນັ້ນ​ຖິ້ມ​ລົງ​ໃນ​ທະເລ ກໍ​ດີກວ່າ​ທີ່​ລາວ​ຈະ​ກໍ່​ເຫດ ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ຕໍ່າຕ້ອຍ​ເຫຼົ່ານີ້​ເກີດ​ການ​ຫລົງ​ຜິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເອົາ​ຫີນໂມ້ແປ້ງ​ຜູກ​ໃສ່​ຄໍ​ຂອງ​ພວກເຂົາ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ກໍ​ຍັງ​ດີ​ກວ່າ​ປ່ອຍ​ໃຫ້​ພວກເຂົາ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ເລັກນ້ອຍ​ເຫລົ່ານີ້​ສະດຸດລົ້ມ.

Uka jalj uñjjattʼäta Copia luraña




ລູກາ 17:2
13 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫຼົ່ານີ້​ຈິບຫາຍ​ແມ່ນແຕ່​ຄົນ​ດຽວ.”


ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”


“ຖ້າ​ຜູ້ໃດ​ເປັນ​ເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ກໍ​ໃຫ້​ເອົາ​ຫີນ​ໂມ້​ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ເຂົາ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ.


ຫລັງຈາກ​ກິນ​ເຂົ້າ​ແລ້ວ ພຣະເຢຊູເຈົ້າ​ກ່າວ​ແກ່​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ຫລາຍກວ່າ​ສິ່ງ​ເຫຼົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ພຣະອົງເຈົ້າ​ເອີຍ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ.” ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງເຮົາ​ເດີ.”


ແຕ່​ເຮົາ​ບໍ່ໄດ້​ໃຊ້​ສິດ​ເຫຼົ່ານັ້ນ​ຈັກ​ຢ່າງ ທີ່​ເຮົາ​ຂຽນ​ເຖິງ​ເລື່ອງ​ນີ້ ບໍ່ແມ່ນ​ເພື່ອ​ຈະ​ໃຫ້​ເຂົາ​ເຮັດ​ຢ່າງ​ນັ້ນ​ແກ່​ເຮົາ. ດ້ວຍວ່າ, ເຮົາ​ຍອມ​ຕາຍ​ເສຍ​ກໍດີກວ່າ ທີ່​ຈະ​ເຮັດ​ຢ່າງ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ທຳລາຍ​ເຫດ​ແຫ່ງ​ການ​ອວດອ້າງ​ຂອງເຮົາ.


ຕໍ່​ຄົນ​ທີ່​ອ່ອນ​ໃນ​ຄວາມເຊື່ອ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ອ່ອນແອ ດັ່ງ​ຜູ້ໜຶ່ງ​ໃນ​ພວກເຂົາ ເພື່ອ​ຈະ​ໄດ້​ໃຈ​ຄົນ​ອ່ອນແອ ດັ່ງນັ້ນ ເຮົາ​ຈຶ່ງ​ຍອມ​ເປັນ​ຄົນ​ທຸກ​ຊະນິດ ເພື່ອ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ທຸກ​ວິທີ​ທາງ​ທີ່​ເຮົາ​ອາດ​ເຮັດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka