Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:10 - ພຣະຄຳພີສັກສິ

10 ສຳລັບ​ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ພວກເຈົ້າ​ປະຕິບັດ​ທຸກຢ່າງ ຕາມ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ ຈົ່ງ​ເວົ້າ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ທີ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ເພາະ​ພຽງແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ເທົ່ານັ້ນ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’”.

Uka jalj uñjjattʼäta Copia luraña




ລູກາ 17:10
20 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ແລະ​ເອົາ​ຄົນ​ຮັບໃຊ້​ຜູ້​ບໍ່ມີ​ປະໂຫຍດ​ຜູ້​ນີ້ ໂຍນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ໃນ​ຄວາມມືດ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ຜ່ານ​ໄປ​ຕາມ​ເຂດແດນ​ລະຫວ່າງ​ແຂວງ​ຊາມາເຣຍ ແລະ ແຂວງ​ຄາລີເລ.


ຜູ້​ເປັນ​ນາຍ​ບໍ່​ຈຳເປັນ​ຕ້ອງ​ຂອບໃຈ​ຄົນ​ຮັບໃຊ້​ຂອງຕົນ​ດອກ​ຕີ້ ເພາະ​ລາວ​ປະຕິບັດ​ຕາມ​ຄຳສັ່ງ​ບໍ່ແມ່ນ​ບໍ?


“ຫລື​ຜູ້ໃດ​ໜໍ ທີ່​ໄດ້​ຖວາຍ​ສິ່ງໃດ​ສິ່ງໜຶ່ງ ແກ່​ພຣະອົງ​ກ່ອນ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ໃຫ້​ບາງ​ສິ່ງ ຕອບ​ແທນ​ແກ່​ຕົນ.”


ແຕ່​ທຸກຄົນ​ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ ພາກັນ​ເປັນ​ຄົນຊົ່ວ​ໄປ​ໝົດ ຜູ້​ເຮັດ​ການດີ​ບໍ່ມີ​ຈັກ​ຄົນ​ດຽວ”


ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ ແຕ່​ບັດນີ້​ລາວ​ເປັນ​ປະໂຫຍດ​ແກ່​ເຈົ້າ ແລະ​ແກ່​ເຮົາ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka