Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:1 - ພຣະຄຳພີສັກສິ

1 ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ແນ່ນອນ ຕ້ອງ​ມີ​ເຫດ​ເຮັດ​ໃຫ້​ເກີດ​ຜິດບາບ, ແຕ່​ວິບັດ​ແກ່​ຜູ້​ທີ່​ກໍ່​ເຫດ​ໃຫ້​ເກີດ​ຜິດບາບ​ນັ້ນ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ຄົນ​ສະດຸດລົ້ມ​ຈະ​ມີ​ມາ​ແນ່ນອນ, ແຕ່​ວິບັດ​ແກ່​ທຸກ​ຄົນ​ທີ່​ເປັນ​ຕົ້ນເຫດ​ໃຫ້​ສິ່ງ​ເຫລົ່ານັ້ນ​ມາ.

Uka jalj uñjjattʼäta Copia luraña




ລູກາ 17:1
14 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ຫັນ​ກັບ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ອ້າຍ​ມານຊາຕານ ຈົ່ງ​ຖອຍ​ໜີໄປ​ໃຫ້​ໄກ​ຈາກ​ເຮົາ ເຈົ້າ​ເປັນ​ສິ່ງ​ກີດຂວາງ​ທາງ​ເດີນ​ຂອງເຮົາ ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”


ວິບັດ​ແກ່​ໂລກນີ້ ເພາະ​ເຫດ​ລໍ້ລວງ​ມະນຸດ​ໃຫ້​ຕົກ​ໃນ​ບາບ ເຫດການ​ນີ້​ຈະ​ເກີດຂຶ້ນ​ສະເໝີ, ແຕ່​ວິບັດ​ແກ່​ຄົນ​ນັ້ນ ຜູ້​ທີ່​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຕົກ​ໃນ​ບາບ.”


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ແລ້ວ ເຖິງ​ຈະ​ມີ​ຄົນ​ໜຶ່ງ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ກໍ​ຍັງ​ຈະ​ບໍ່​ຍອມ​ເຊື່ອ​ເໝືອນກັນ.”’


ເຫດສະນັ້ນ ພວກເຮົາ​ຢ່າ​ກ່າວໂທດ​ໃສ່​ກັນແລະກັນ​ອີກ​ຕໍ່ໄປ, ແຕ່​ຈົ່ງ​ຕັດສິນໃຈ​ເຮັດ​ດັ່ງນີ້​ກໍດີກວ່າ ຄື​ຢ່າ​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ ຫລື​ລົ້ມ​ລົງ​ໃນ​ບາບ ມາ​ຂວາງ​ທາງ​ພີ່ນ້ອງ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.


ເພາະ​ຈຳເປັນ​ຕ້ອງ​ມີ​ການ​ຂັດແຍ້ງ​ກັນ​ຢູ່​ແດ່ ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກເຈົ້າ​ນັ້ນ​ຈະ​ໄດ້​ປາກົດ​ແຈ້ງ​ຂຶ້ນ.


ເພາະສະນັ້ນ ຖ້າ​ອາຫານ​ເປັນ​ເຫດ​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ວ່າ ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ ພວກເຂົາ​ຈະ​ເຊື່ອຟັງ​ບັນດາ​ດວງ​ວິນຍານ​ຜີຊົ່ວຮ້າຍ​ທີ່​ຫລອກລວງ​ມະນຸດ ແລະ​ຄຳສັ່ງສອນ​ຂອງ​ພວກ​ຜີມານຮ້າຍ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka