ລູກາ 16:8 - ພຣະຄຳພີສັກສິ8 ແລ້ວເຈົ້ານາຍກໍຍົກຍ້ອງເຈົ້າພະນັກງານຜູ້ບໍ່ສັດຊື່ວ່າ, ‘ລາວໄດ້ເຮັດດ້ວຍຄວາມສະຫລາດ. ດ້ວຍວ່າ ຄົນຝ່າຍໂລກນີ້ ໃນສະໄໝຂອງເຂົາ ເຂົາໃຊ້ສະຕິປັນຍາສະຫລາດກວ່າຄົນຝ່າຍຄວາມສະຫວ່າງອີກ.’ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 “ແລ້ວນາຍຈຶ່ງຍ້ອງຍໍຜູ້ຈັດການທີ່ບໍ່ສັດຊື່ຄົນນີ້ເພາະລາວໄດ້ເຮັດຢ່າງສະຫລາດ. ເພາະຄົນຝ່າຍໂລກນີ້ສະຫລາດຫລາຍກວ່າຄົນຝ່າຍຄວາມສະຫວ່າງໃນການເຮັດທຸລະກິດກັບຄົນປະເພດດຽວກັນ. Uka jalj uñjjattʼäta |
ຈົ່ງເອີ້ນເອົາບັນດາຜູ້ທຳນວາຍພະບາອານທຸກຄົນມາ ພ້ອມທັງຜູ້ທີ່ຂາບໄຫວ້ພະນີ້ ຕະຫລອດບັນດາປະໂຣຫິດຂອງພະບາອານທຸກຄົນດ້ວຍ. ຢ່າໄດ້ຍົກເວັ້ນຜູ້ໃດເລີຍ; ຂ້າພະເຈົ້າຈະຖວາຍເຄື່ອງບູຊາອັນຍິ່ງໃຫຍ່ແກ່ພະບາອານ ແລະຜູ້ໃດກໍຕາມທີ່ບໍ່ຍອມມາ ກໍຈະຖືກຂ້າ.” (ນີ້ເປັນກົນຫລອກລວງຂອງເຢຮູ ຄວາມຈິງແລ້ວເພິ່ນໝາຍຈະຂ້າທຸກຄົນທີ່ຂາບໄຫວ້ພະບາອານ.)
ຂ້າແດ່ພຣະເຈົ້າຢາເວ ໂຜດຊ່ວຍໃຫ້ພົ້ນຈາກຄົນເຫຼົ່ານີ້ ຄືຈາກມະນຸດທີ່ເຫັນແກ່ໄດ້ ໃນຊີວິດນີ້ພວກເຂົາເອົາໄດ້ທຸກສິ່ງທີ່ພວກເຂົາຕ້ອງການ. ໂຜດລົງໂທດພວກເຂົາໃຫ້ທົນທຸກໂດຍໂທດກຳ ທີ່ພວກເຂົາໄດ້ສະສົມໄວ້ນັ້ນ. ຂໍໃຫ້ພວກລູກຫລານຂອງເຂົາເຈົ້າ ໄດ້ຮັບໂທດກຳນັ້ນຈົນທົນບໍ່ໄຫວ ທັງປະໄວ້ໃຫ້ຫລານເຫຼັນຫລ້ອນ ຂອງພວກເຂົາເຊັ່ນຕໍ່ໆໄປອີກດ້ວຍ.