Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:3 - ພຣະຄຳພີສັກສິ

3 ເຈົ້າ​ພະນັກງານ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ໜ້າທີ່ ແລ້ວ​ເຮົາ​ຈະ​ເຮັດ​ຢ່າງ​ໃດ​ໜໍ? ຈະ​ຂຸດ​ດິນ​ກໍ​ບໍ່ມີ​ແຮງ ຈະ​ຂໍທານ​ກໍ​ອາຍ​ເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 “ຜູ້ຈັດການ​ຄົນ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ຈະ​ເຮັດ​ແນວໃດ​ດີ? ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ວຽກ. ເຮົາ​ກໍ​ບໍ່​ມີ​ແຮງ​ຈະ​ຂຸດ​ດິນ ແລະ ຈະ​ໄປ​ຂໍທານ​ກໍ​ອາຍ.

Uka jalj uñjjattʼäta Copia luraña




ລູກາ 16:3
26 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຮາມານ​ຈຶ່ງ​ເຂົ້າ​ມາ ແລະ​ກະສັດ​ກໍ​ກ່າວ​ແກ່​ລາວ​ວ່າ, “ມີ​ຄົນ​ຜູ້ໜຶ່ງ ທີ່​ເຮົາ​ຢາກ​ຍ້ອງຍໍ​ໃຫ້ກຽດ​ລາວ​ທີ່ສຸດ. ເຮົາ​ຄວນ​ເຮັດ​ຢ່າງໃດ​ເພື່ອ​ຊາຍ​ຄົນ​ນີ້?” ຮາມານ​ຄິດ​ໃນໃຈ​ວ່າ, “ບັດນີ້​ແມ່ນ​ຜູ້ໃດ​ນໍ ທີ່​ກະສັດ​ຢາກ​ຍ້ອງຍໍ​ໃຫ້ກຽດ​ຫລາຍ​ທີ່ສຸດ​ນັ້ນ? ກໍ​ຕ້ອງ​ແມ່ນ​ເຮົາ​ນີ້ແຫລະ.”


ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ສິ່ງ​ທີ່​ຕົນ​ໄຝ່ຝັນ, ແຕ່​ຄົນ​ດຸໝັ່ນ​ຈະ​ໄດ້​ຕາມ​ທີ່​ຕົນ​ຕ້ອງການ​ທັງນັ້ນ.


ຄົນ​ຂີ້ຄ້ານ​ພົບ​ຄວາມ​ລຳບາກ​ທຸກ​ທາງ, ແຕ່​ຄົນ​ສັດຊື່​ກໍ​ຫວິດ​ພົ້ນ​ຄວາມ​ເດືອດຮ້ອນ.


ຄົນ​ຂີ້ຄ້ານ​ກໍ​ຊົ່ວຊ້າ​ສໍ່າກັບ​ຄົນ​ທີ່​ທຳລາຍ​ໝູ່ເພື່ອນ​ຂອງຕົນເອງ.


ຄົນ​ຂີ້ຄ້ານ​ນອນນິ້ງ​ຕໍ່ໄປ​ເສີຍ ຄົນ​ບໍ່​ເຮັດ​ຫຍັງ​ເລີຍ​ກໍ​ຈະ​ຫິວໂຫຍ​ເປັນແນ່.


ພໍ່ນາ​ທີ່​ຂີ້ຄ້ານ​ຄາດ​ໄຖ​ຕາມ​ລະດູການ ກໍ​ຈະ​ບໍ່ໄດ້​ເກັບກ່ຽວ​ຫຍັງ​ຈັກດີ້.


ຜູ້​ທີ່​ລ້ຽງດູ​ຄົນ​ຮັບໃຊ້​ຕາມໃຈ​ພວກເຂົາ​ຕັ້ງແຕ່​ພວກເຂົາ​ຍັງ​ເປັນ​ເດັກນ້ອຍ​ມາ, ມື້ໜຶ່ງ ລາວ​ຈະ​ເປັນ​ເຈົ້າຂອງ​ທຸກສິ່ງ​ທີ່​ເຈົ້າ​ມີ.


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ເມື່ອ​ວັນ​ເທດສະການ​ກິນລ້ຽງ​ຖວາຍ​ກຽດ​ແດ່​ພຣະເຈົ້າຢາເວ​ມາເຖິງ ພວກເຂົາ​ຈະ​ເຮັດ​ແນວໃດ?


ເມື່ອ​ຮອດ​ຕອນແລງ​ມາ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ບອກ​ຜູ້​ຈັດການ​ຂອງຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ ໂດຍ​ເລີ່ມ​ຕັ້ງແຕ່​ຜູ້​ຮັບຈ້າງ​ຜູ້​ທີ່​ມາ​ຫລ້າສຸດ ຈົນເຖິງ​ຄົນ​ຮັບຈ້າງ​ຜູ້​ມາ​ທຳອິດ.’


ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ເດີນທາງ​ມາ​ເຖິງ​ເມືອງ​ເຢຣີໂກ, ເມື່ອ​ພຣະອົງ​ກຳລັງ​ອອກ​ຈາກ​ເມືອງ​ໄປ​ກັບ​ພວກ​ສາວົກ ແລະ​ປະຊາຊົນ​ໝູ່ໃຫຍ່​ທີ່​ຕິດຕາມ​ຈຳນວນ​ຫລວງຫລາຍ ກໍ​ມີ​ຊາຍ​ຕາບອດ​ຜູ້ໜຶ່ງ​ຊື່​ວ່າ ບາຣະຕີມາຍ​ເປັນ​ລູກຊາຍ​ຂອງ​ຕີມາຍ ນັ່ງ​ຂໍທານ​ທີ່​ແຄມ​ທາງ.


ເສດຖີ​ຄົນ​ນີ້​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ເຮົາ​ບໍ່ມີ​ບ່ອນ​ພຽງພໍ ເພື່ອ​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້?’


ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ເຂົ້າ​ມາ​ຫາ ແລະ​ເວົ້າ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງ​ໃດ? ຈົ່ງ​ລາຍງານ​ກ່ຽວກັບ​ໜ້າທີ່​ຂອງ​ເຈົ້າ​ສາ ເພາະ​ເຈົ້າ​ຈະ​ເປັນ​ພະນັກງານ​ຕໍ່ໄປ​ອີກ​ບໍ່ໄດ້.’


ແລະ ມີ​ຄົນ​ຍາກຈົນ​ຜູ້ໜຶ່ງ​ຊື່ ລາຊາໂຣ ເປັນ​ບາດ​ເຕັມ​ຕົວ ທີ່​ເຂົາ​ຫາມ​ມາ​ຖິ້ມ​ໄວ້​ທີ່​ປະຕູ​ບ້ານ​ເສດຖີ.


ຢູ່​ມາ ຄົນ​ຍາກຈົນ​ຜູ້ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະດາ​ໄດ້​ຮັບ​ເອົາ​ລາວ​ໄປ​ໄວ້ ຢູ່​ໃນ​ອ້ອມເອິກ​ຂອງ​ອັບຣາຮາມ ຝ່າຍ​ເສດຖີ​ນັ້ນ​ກໍ​ຕາຍ​ເໝືອນກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້.


ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ດີ ເມື່ອ​ຖືກ​ປົດ​ອອກ​ຈາກ​ໜ້າທີ່​ແລ້ວ ຄວນ​ມີ​ໝູ່ເພື່ອນ​ທີ່​ຈະ​ຕ້ອນຮັບ​ເຮົາ​ໄວ້​ໃນ​ເຮືອນ​ຂອງ​ເຂົາເຈົ້າ.’


ເປັນ​ເວລາ​ດົນນານ ທີ່​ຕຸລາການ​ຜູ້​ນີ້ ບໍ່​ຍອມ​ດຳເນີນ​ການ​ໃດໆ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຄິດ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ​ກໍຕາມ,


ພວກ​ຄົນ​ໃກ້ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ລາວ​ຂໍທານ​ມາ​ແຕ່​ກ່ອນ ໄດ້​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”


ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.


ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ.”


ພວກເຮົາ​ກ່າວ​ເຊັ່ນນີ້ ເພາະ​ພວກເຮົາ​ໄດ້ຍິນ​ວ່າ ມີ​ບາງຄົນ​ໃນ​ພວກເຈົ້າ​ດຳເນີນ​ຊີວິດ​ຢ່າງ​ກຽດຄ້ານ ແລະ​ບໍ່​ເຮັດ​ວຽກ​ເຮັດ​ການ​ຫຍັງ ມີ​ແຕ່​ທ່ຽວ​ຫາ​ຫຍຸ້ງກ່ຽວ​ກັບ​ກິດ​ທຸລະ​ຂອງ​ຄົນອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka