ລູກາ 16:2 - ພຣະຄຳພີສັກສິ2 ດັ່ງນັ້ນ ເພິ່ນຈຶ່ງເອີ້ນຜູ້ຈັດການເຂົ້າມາຫາ ແລະເວົ້າວ່າ, ‘ເລື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບໜ້າທີ່ຂອງເຈົ້າສາ ເພາະເຈົ້າຈະເປັນພະນັກງານຕໍ່ໄປອີກບໍ່ໄດ້.’ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ດັ່ງນັ້ນ ເພິ່ນຈຶ່ງເອີ້ນຜູ້ຈັດການຄົນນັ້ນມາ ແລະ ຖາມວ່າ, ‘ເລື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງເອົາບັນຊີທີ່ເຈົ້າຈັດການຢູ່ນັ້ນມາ, ເພາະເຈົ້າບໍ່ສາມາດເປັນຜູ້ຈັດການຕໍ່ໄປໄດ້ອີກ’. Uka jalj uñjjattʼäta |
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.