Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:13 - ພຣະຄຳພີສັກສິ

13 “ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 “ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້”.

Uka jalj uñjjattʼäta Copia luraña




ລູກາ 16:13
12 Jak'a apnaqawi uñst'ayäwi  

ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ຜູ້ໃດ​ທີ່​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ຜູ້ໃດ​ທີ່​ບໍ່​ໂຮມ​ເຂົ້າ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ຊະຊາຍ​ໄປ.”


“ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ​ບໍ່​ຊັງ​ພໍ່​ແມ່, ລູກ​ເມຍ, ອ້າຍ​ນ້ອງຊາຍ​ຍິງ​ກັບ​ທັງ​ຊີວິດ​ຂອງ​ຕົນເອງ ຜູ້ນັ້ນ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້.


ແລະ​ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ສິ່ງຂອງ​ທີ່​ເປັນ​ຂອງ​ຄົນອື່ນ ຜູ້ໃດ​ຈະ​ມອບ​ສິ່ງ​ຂອງ​ທີ່​ເປັນ​ຂອງ​ພວກເຈົ້າ​ໃຫ້​ແກ່​ພວກເຈົ້າ?”’


ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ.


ແຕ່​ພຣະເຢຊູເຈົ້າ​ຕອບ​ໂຢຮັນ ແລະ​ສາວົກ​ຄົນອື່ນໆ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ ເພາະ​ຜູ້ໃດ​ທີ່​ບໍ່​ຕໍ່ສູ້​ທ່ານ ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ.”


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka