Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:10 - ພຣະຄຳພີສັກສິ

10 ຄົນ​ໃດ​ທີ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ສັດຊື່​ໃນ​ສິ່ງ​ຂອງ​ຫລາຍ​ດ້ວຍ ຄົນ​ໃດ​ທີ່​ບໍ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງຂອງ​ຫລາຍ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 “ຜູ້ໃດ​ກໍ​ຕາມ​ທີ່​ໄວ້ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ ກໍ​ໄວ້ໃຈ​ໄດ້​ໃນ​ສິ່ງ​ໃຫຍ່​ເໝືອນກັນ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ສັດຊື່​ໃນ​ສິ່ງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງ​ໃຫຍ່​ເໝືອນກັນ.

Uka jalj uñjjattʼäta Copia luraña




ລູກາ 16:10
9 Jak'a apnaqawi uñst'ayäwi  

“ເຫດສະນັ້ນ ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນ​ຮັບໃຊ້​ສັດຊື່​ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ຄົນ​ຮັບໃຊ້​ຜູ້​ອື່ນໆ ເພື່ອ​ແຈກ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ.


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ນາຍ​ຂອງ​ລາວ​ຈຶ່ງ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ອັນ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ເພິ່ນ​ກ່າວ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນ​ຮັບໃຊ້​ທີ່​ດີ ເມື່ອ​ເຈົ້າ​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ປົກຄອງ​ສິບ​ເມືອງ.’


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ພໍ​ຢູດາ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ມານຊາຕານ​ກໍ​ເຂົ້າ​ສິງ​ໃນ​ໃຈ​ລາວ ພຣະເຢຊູເຈົ້າ​ບອກ​ຢູດາ​ວ່າ, “ຈົ່ງ​ຟ້າວ​ເຮັດ ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ​ນັ້ນ​ສາ.”


ພຣະອົງ​ສັດຊື່​ຕໍ່​ພຣະເຈົ້າ ຜູ້​ຊົງ​ແຕ່ງຕັ້ງ​ພຣະອົງ​ໄວ້​ໃຫ້​ດຳເນີນ​ພາລະກິດ​ນີ້ ເໝືອນ​ດັ່ງ​ທີ່​ໂມເຊ​ໄດ້​ສັດຊື່​ຕໍ່​ພາລະກິດ​ຂອງຕົນ ໃນ​ຄົວ​ວິຫານ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka