Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:7 - ພຣະຄຳພີສັກສິ

7 ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໃນ​ສະຫວັນ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ທີ່​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຫລາຍກວ່າ​ຄົນ​ສິນທຳ​ເກົ້າສິບເກົ້າ​ຄົນ ທີ່​ບໍ່​ຕ້ອງການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.

Uka jalj uñjjattʼäta Copia luraña




ລູກາ 15:7
13 Jak'a apnaqawi uñst'ayäwi  

ຜູ້​ທີ່​ຄິດ​ວ່າ​ຕົນ​ສະອາດ​ບໍຣິສຸດ ໃນ​ເມື່ອ​ຕົນ​ເປິເປື້ອນ​ທີ່ສຸດ ຄົນ​ຢ່າງນີ້​ກໍມີ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພົບ​ແກະ​ໂຕ​ທີ່​ເສຍ​ແລ້ວ ຜູ້ນັ້ນ​ຄົງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ແກະ​ໂຕ​ນັ້ນ ຫລາຍກວ່າ​ແກະ​ເກົ້າສິບ​ເກົ້າ​ໂຕ​ທີ່​ບໍ່​ຫລົງ​ເສຍ​ໄປ.


ເຫດສະນັ້ນ ຈົ່ງ​ປະຕິບັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງແມ! ລູກ​ໄດ້​ເຮັດ​ວຽກ​ໃຫ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ​ລູກ​ບໍ່ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກເທື່ອ ແຕ່​ພໍ່​ຍັງ​ບໍ່​ໃຫ້​ແມ່ນແຕ່​ລູກແກະ​ໂຕ​ດຽວ ເພື່ອ​ຈັດ​ງານລ້ຽງ​ໃຫ້​ໝູ່ເພື່ອນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ.


ແຕ່​ພວກເຮົາ​ສົມຄວນ​ຮ່ວມ​ຊົມຊື່ນ​ຍິນດີ ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້ ຍັງ​ໄດ້​ພົບ​ອີກ.”’


ແລະ​ແບກ​ກັບ​ມາ ເມື່ອ​ຮອດ​ເຮືອນ​ແລ້ວ ລາວ​ກໍ​ເອີ້ນ​ບັນດາ​ມິດ​ສະຫາຍ ແລະ​ເພື່ອນບ້ານ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, ‘ຂ້ອຍ​ດີ​ໃຈ​ຫລາຍ ເພາະ​ຂ້ອຍ​ໄດ້​ພົບ​ແກະ​ຂອງຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ຮ່ວມ​ກັນ​ສະຫລອງ​ເທາະ.’


“ແລະ ມີ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ເງິນ​ຢູ່​ສິບ​ຫລຽນ ແລະ​ຫລຽນ​ໜຶ່ງ​ເສຍ​ໄປ ນາງ​ຈະ​ເຮັດ​ຢ່າງ​ໃດ? ນາງ​ຈະ​ບໍ່​ໄຕ້​ໂຄມ, ກວາດ​ເຮືອນ ແລະ​ຄົ້ນ​ຫາ​ຢ່າງ​ຖ້ວນຖີ່ ຈົນກວ່າ​ຈະ​ພົບ​ບໍ?


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກສິນທຳ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka