3 ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ,
3 ແລ້ວພຣະເຢຊູເຈົ້າຈຶ່ງກ່າວຄຳອຸປະມາໃຫ້ພວກເຂົາຟັງວ່າ:
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ເຮົາເອງກໍຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີ ຍ້ອນນະຄອນເຢຣູຊາເລັມ ແລະປະຊາຊົນໃນນະຄອນນີ້. ໃນທີ່ນັ້ນ ຈະບໍ່ມີສຽງຮ້ອງໄຫ້ ບໍ່ມີສຽງຮ້ອງຂໍໃຫ້ຊ່ວຍເຫລືອ.
ແຕ່ຈົ່ງໄປຫາຝູງແກະທີ່ເສຍແຫ່ງປະຊາຊົນຂອງຊາດອິດສະຣາເອນ.
ພຣະອົງກ່າວຫລາຍເລື່ອງເປັນຄຳອຸປະມາເພື່ອສອນປະຊາຊົນ ໂດຍກ່າວວ່າ, “ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍັງ ຕາມທີ່ພຣະຄຳພີມີກ່າວວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ.’ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນບາບທັງຫລາຍ.”
ພວກຟາຣີຊາຍກັບພວກທຳມະຈານກໍເລີ່ມຈົ່ມວ່າ, “ຄົນນີ້ຕ້ອນຮັບຄົນນອກສິນທຳ ແລະຍັງຮ່ວມກິນນຳພວກເຂົາດ້ວຍ”
“ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະໄປຊອກຫາໂຕທີ່ເສຍນັ້ນຈົນພົບບໍ?
ພຣະອົງກ່າວແກ່ເປໂຕເປັນຄັ້ງທີສອງວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ, ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.”
ຫລັງຈາກຮັບຟັງແລ້ວ ທ່ານເຫຼົ່ານີ້ຕ່າງກໍສັນລະເສີນພຣະເຈົ້າ, ແລ້ວພວກເຂົາກໍກ່າວແກ່ໂປໂລວ່າ, “ອ້າຍເອີຍ ເຈົ້າກໍເຫັນຊາວຢິວຫລາຍໝື່ນຄົນໄດ້ວາງໃຈເຊື່ອ ແລະຄົນພວກນີ້ກໍຮ້ອນຮົນໃຈໃນການທີ່ເຊື່ອຖືກົດບັນຍັດຢ່າງເຄັ່ງຄັດ.