Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:21 - ພຣະຄຳພີສັກສິ

21 ຜູ້​ເປັນ​ລູກ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ ແລະ​ຕໍ່​ພໍ່​ແລ້ວ ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ, ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່ໄປ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 “ລູກຊາຍ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ສະຫວັນ ແລະ ຕໍ່​ພໍ່​ແລ້ວ, ລູກ​ບໍ່​ສົມຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ’.

Uka jalj uñjjattʼäta Copia luraña




ລູກາ 15:21
10 Jak'a apnaqawi uñst'ayäwi  

ແຕ່ລະຄົນ​ຈະ​ກ່າວ​ອອກ​ມາ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ບາບ ຂ້ອຍ​ບໍ່ໄດ້​ເຮັດ​ສິ່ງ​ຊອບທຳ, ແຕ່​ພຣະເຈົ້າ​ໄດ້​ໄວ້​ຊີວິດ.


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.


ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.


ຂໍ​ພຽງແຕ່​ເຈົ້າ​ຍອມ​ຮັບຮູ້​ວ່າ​ເຈົ້າ​ໄດ້​ກະທຳ​ຜິດ ແລະ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທົ່ານັ້ນ. ຈົ່ງ​ສາລະພາບ​ວ່າ ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ​ທຸກ​ຕົ້ນ​ເຈົ້າ​ໄດ້​ມອບ​ຄວາມຮັກ​ໃຫ້​ແກ່​ບັນດາ​ພະ​ຕ່າງຊາດ ແລະ​ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຕ່າງໆ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ດັ່ງນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ຄືນ​ເມືອ​ຫາ​ພໍ່​ຂອງຕົນ. ຂະນະທີ່​ຍັງ​ຢູ່​ຫ່າງໄກ​ຈາກ​ບ້ານ​ພໍສົມຄວນ ພໍ່​ກໍ​ແນມ​ເຫັນ​ລາວ ແລ້ວ​ມີ​ຄວາມ​ເມດຕາ​ສົງສານ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ລູກ​ໄວ້​ດ້ວຍ​ຄວາມ​ຮັກແພງ.


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ດັ່ງນັ້ນ ເມື່ອ​ເຈົ້າ​ເຮັດ​ຜິດ​ຕໍ່​ພີ່ນ້ອງ ຄື​ທຳຮ້າຍ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ອ່ອນ​ຂອງ​ເຂົາ ເຈົ້າ​ກໍ​ເຮັດ​ຜິດ​ຕໍ່​ພຣະຄຣິດ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka