Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:2 - ພຣະຄຳພີສັກສິ

2 ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ​ກໍ​ເລີ່ມ​ຈົ່ມ​ວ່າ, “ຄົນ​ນີ້​ຕ້ອນຮັບ​ຄົນ​ນອກສິນທຳ ແລະ​ຍັງ​ຮ່ວມ​ກິນ​ນຳ​ພວກເຂົາ​ດ້ວຍ”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.

Uka jalj uñjjattʼäta Copia luraña




ລູກາ 15:2
12 Jak'a apnaqawi uñst'ayäwi  

ຝ່າຍ​ບຸດ​ມະນຸດ​ໄດ້​ມາ ທັງ​ກິນ​ແລະ​ດື່ມ ແລະ​ເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ຄົນ​ນີ້​ແມ ລາວ​ເປັນ​ຄົນ​ກິນ​ເກີນສ່ວນ ແລະ​ມັກ​ເມົາ ທັງ​ເປັນ​ເພື່ອນ​ກັບ​ຄົນເກັບພາສີ​ແລະ​ຄົນ​ບາບ​ທັງຫລາຍ,’ ແຕ່​ສະຕິປັນຍາ​ຂອງ​ພຣະເຈົ້າ​ກໍ​ຖືກ​ເປີດເຜີຍ​ເປັນ​ຈິງ​ໂດຍ​ຜົນ​ຂອງ​ພຣະ​ປັນຍາ​ນັ້ນ.”


ເມື່ອ​ພວກ​ຟາຣີຊາຍ​ໄດ້​ເຫັນ​ເຊັ່ນ​ນີ້ ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ຮ່ວມ​ພາເຂົ້າ​ກັບ​ຄົນເກັບພາສີ ແລະ​ຄົນບາບ​ທັງຫລາຍ?”


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ,


ເມື່ອ​ປະຊາຊົນ​ທັງໝົດ​ເຫັນ​ດັ່ງນັ້ນ, ແລ້ວ​ຕ່າງ​ກໍ​ເລີ່ມ​ຈົ່ມ​ວ່າ, “ເປັນຫຍັງ​ທ່ານ​ຜູ້​ນີ້ ຈຶ່ງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ນອກສິນທຳ.”


ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ, ພວກເຂົາ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ຄົນ​ເກັບພາສີ ແລະ​ຄົນ​ນອກສິນທຳ?”


ສ່ວນ​ບຸດ​ມະນຸດ​ມາ​ທັງກິນ​ທັງດື່ມ ພວກເຈົ້າ​ຊໍ້າ​ພັດ​ເວົ້າ​ວ່າ, ‘ເບິ່ງ​ຄົນ​ນີ້​ແມ ເພິ່ນ​ເປັນ​ຄົນ​ມັກ​ກິນ​ເກີນ​ສ່ວນ ມັກ​ເມົາ​ທັງ​ເປັນ​ເພື່ອນມິດ​ກັບ​ຄົນ​ເກັບພາສີ​ແລະ​ຄົນ​ນອກສິນທຳ.’


ເມື່ອ​ຄົນ​ຟາຣີຊາຍ ຜູ້​ທີ່​ເຊີນ​ພຣະອົງ​ມາ​ເຫັນ​ດັ່ງນີ້ ລາວ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້ ແມ່ນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ ຍິງ​ທີ່​ກຳລັງ​ແຕະຕ້ອງ​ຕົນ​ນັ້ນ ເປັນ​ຜູ້ໃດ ເພິ່ນ​ຄົງ​ຮູ້​ວ່າ ນາງ​ເປັນ​ຄົນຊົ່ວ.”


“ເປັນຫຍັງ​ທ່ານ​ຈຶ່ງ​ເຂົ້າ​ໄປ​ຫາ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແລະ​ຮັບປະທານ​ອາຫານ​ກັບ​ພວກເຂົາ​ດ້ວຍ.”


ດ້ວຍວ່າ, ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ໄດ້​ມາ​ເຖິງ ເປໂຕ​ໄດ້​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ ແຕ່​ພໍ​ພວກ​ເຫຼົ່ານັ້ນ​ມາ​ເຖິງ​ແລ້ວ ເພິ່ນ​ກໍ​ຖອຍ​ອອກ​ມາ ແລະ​ບໍ່​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ​ອີກ ເພາະ​ເພິ່ນ​ຢ້ານ​ພວກ​ທີ່​ຖື​ພິທີຕັດ.


ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka