Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:9 - ພຣະຄຳພີສັກສິ

9 ຖ້າ​ເປັນ​ດັ່ງນັ້ນ, ເຈົ້າພາບ​ຜູ້​ທີ່​ເຊີນ​ເຈົ້າ​ທັງສອງ ກໍ​ຈະ​ມາ​ເວົ້າ​ກັບ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ບ່ອນ​ທີ່​ເຈົ້າ​ນັ່ງ​ຢູ່​ແກ່​ຜູ້​ນີ້.’ ແລ້ວ​ເຈົ້າ​ກໍ​ຕ້ອງ​ຍ້າຍ​ໄປ​ນັ່ງ​ບ່ອນ​ຕໍ່າ​ທີ່ສຸດ ດ້ວຍ​ຄວາມ​ອັບອາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຖ້າ​ເປັນ​ດັ່ງນັ້ນ, ເຈົ້າພາບ​ຜູ້​ທີ່​ເຊີນ​ເຈົ້າ ແລະ ແຂກ​ອີກ​ຄົນ​ອື່ນ​ກໍ​ຈະ​ມາ​ບອກ​ເຈົ້າ​ວ່າ, ‘ຈົ່ງ​ເອົາ​ບ່ອນ​ທີ່​ເຈົ້າ​ນັ່ງ​ໃຫ້​ແກ່​ທ່ານ​ຜູ້​ນີ້’. ແລ້ວ​ເຈົ້າ​ຕ້ອງ​ຍ້າຍ​ລົງ​ໄປ​ນັ່ງ​ໃນ​ບ່ອນ​ທີ່​ສຳຄັນ​ໜ້ອຍ​ທີ່ສຸດ​ດ້ວຍ​ຄວາມອັບອາຍ.

Uka jalj uñjjattʼäta Copia luraña




ລູກາ 14:9
8 Jak'a apnaqawi uñst'ayäwi  

ຄົນ​ອວດດີ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ປັນຍາ​ຢູ່​ກັບ​ຄົນ​ຖ່ອມຕົວ​ຖ່ອມໃຈ.


ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ກຽດ​ເປັນ​ມໍຣະດົກ, ສ່ວນ​ຄົນ​ໂງ່ຈ້າ​ຈະ​ໄດ້​ຮັບ​ແຕ່​ຄວາມ​ອັບອາຍ​ຕື່ມ​ຂຶ້ນ.


ຄຳຕອບ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ​ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.


ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka