Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:7 - ພຣະຄຳພີສັກສິ

7 ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ ເລືອກ​ນັ່ງ​ໃນ​ບ່ອນ​ທີ່​ມີ​ກຽດ ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເມື່ອ​ພຣະອົງ​ສັງເກດ​ເຫັນ​ວ່າ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເລືອກ​ບ່ອນນັ່ງ​ທີ່​ມີ​ກຽດ, ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ:

Uka jalj uñjjattʼäta Copia luraña




ລູກາ 14:7
12 Jak'a apnaqawi uñst'ayäwi  

ຖືກ​ເລື່ອນ​ຊັ້ນ​ສູງ​ກໍ​ດີກວ່າ​ຖືກ​ປົດ​ໃຫ້​ຄົນອື່ນ​ມາ​ແທນທີ່.


ຈົ່ງ​ຟັງ​ເທີ້ນ ປັນຍາ​ກຳລັງ​ປະກາດ​ອອກ​ໄປ ປັນຍາ​ເຮັດ​ໃຫ້​ຄົນ​ທັງຫລາຍ​ໄດ້ຍິນ​ສຽງ​ເອີ້ນ.


“ມະນຸດ​ເອີຍ ຈົ່ງ​ບອກ​ຄຳ​ປຽບທຽບ​ເລື່ອງ​ໜຶ່ງ


ພຣະເຢຊູເຈົ້າ​ກ່າວ​ທຸກສິ່ງ​ເຫຼົ່ານີ້ ແກ່​ປະຊາຊົນ​ໂດຍ​ໄດ້​ໃຊ້​ຄຳອຸປະມາ​ທັງໝົດ, ນອກຈາກ​ຄຳອຸປະມາ ພຣະອົງ​ບໍ່ໄດ້​ກ່າວ​ສິ່ງໃດ​ເລີຍ​ແກ່​ພວກເຂົາ.


ພວກເຂົາ​ມັກ​ນັ່ງ​ບ່ອນ​ອັນ​ມີ​ກຽດ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ນັ່ງ​ໃນ​ທຳມະສາລາ,


“ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ມັກ​ນັ່ງ​ບ່ອນ​ມີ​ກຽດ​ໃນ​ທຳມະສາລາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ດ້ວຍ​ຄວາມນັບຖື​ກາງ​ຕະຫລາດ.


“ຈົ່ງ​ລະວັງ​ພວກ​ທຳມະຈານ​ໃຫ້​ດີ ພວກເຂົາ​ມັກ​ນຸ່ງ​ເສື້ອລ່າມ​ຍ່າງ​ໄປມາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ດ້ວຍ​ຄວາມນັບຖື​ຕາມ​ຕະຫລາດ ພວກເຂົາ​ເລືອກ​ນັ່ງ​ບ່ອນ​ທີ່​ຄົນ​ເຫັນ​ໃນ​ທຳມະສາລາ ແລະ ໃນ​ງານກິນລ້ຽງ,


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ເຮົາ​ໄດ້​ຂຽນ​ບາງ​ຢ່າງ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ຕັ້ງຕົວ​ເປັນ​ໃຫຍ່​ເໜືອ​ໝູ່ ກໍ​ບໍ່​ຍອມ​ຮັບ​ເຮົາ.


ແຊມຊັນ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂໍ​ໃຫ້​ຂ້ອຍ​ທວາຍ​ພວກເຈົ້າ​ບັນຫາ​ໜຶ່ງ ຖ້າ​ພວກເຈົ້າ​ຕີ​ຄວາມໝາຍ​ຂອງ​ບັນຫາ​ນັ້ນ​ໄດ້ ຂ້ອຍ​ຈະ​ເອົາ​ຜ້າປ່ານ​ເນື້ອລະອຽດ​ດີ​ສາມສິບ​ຊຸດ ແລະ​ເສື້ອຜ້າ​ໂຕ​ງາມໆ​ສາມສິບ​ຊຸດ ໃຫ້​ພວກເຈົ້າ. ຂ້ອຍ​ຂໍ​ພະນັນ​ວ່າ, ພາຍ​ໃນ​ເຈັດ​ວັນ ກ່ອນ​ພິທີ​ແຕ່ງງານ​ສິ້ນສຸດລົງ ພວກເຈົ້າ​ກໍ​ຈະ​ແກ້​ບັນຫາ​ນັ້ນ​ບໍ່ໄດ້.” ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ໃຫ້​ບອກ​ບັນຫາ​ນັ້ນ​ມາ​ເບິ່ງດູ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka