Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:5 - ພຣະຄຳພີສັກສິ

5 ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຄົນ​ໃດ​ຄົນ​ໜຶ່ງ ໃນ​ພວກເຈົ້າ​ມີ​ລູກ ຫລື​ງົວ​ຕົກ​ນໍ້າສ້າງ​ໃນ​ວັນ​ຊະບາໂຕ ລາວ​ຈະ​ບໍ່​ຟ້າວ​ດຶງ​ຂຶ້ນ​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຫລັງຈາກນັ້ນ ພຣະອົງ​ໄດ້​ຖາມ​ພວກເຂົາ​ວ່າ, “ຖ້າ​ລູກ ຫລື ງົວ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕົກ​ລົງ​ນ້ຳສ້າງ​ໃນ​ວັນຊະບາໂຕ ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ມັນ​ຂຶ້ນ​ມາ​ທັນທີ​ບໍ?”

Uka jalj uñjjattʼäta Copia luraña




ລູກາ 14:5
5 Jak'a apnaqawi uñst'ayäwi  

ຂ້າແດ່​ພະຣາຊາ ອັນນີ້ ແມ່ນ​ຄວາມໝາຍ​ຄວາມຝັນ​ຂອງທ່ານ ແລະ ແມ່ນ​ສິ່ງ​ນີ້ແຫລະ ທີ່​ພຣະເຈົ້າ​ອົງ​ສູງສຸດ​ໄດ້​ປະກາດ​ວ່າ ຈະ​ເກີດຂຶ້ນ​ກັບ​ທ່ານ.


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ?


ພວກເຂົາ​ກໍ​ມິດ​ຢູ່ ພຣະອົງ​ຈຶ່ງ​ຊົງ​ຮັບ​ເອົາ​ຄົນ​ນັ້ນ ແລະ​ຊົງ​ໂຜດ​ໃຫ້​ດີ​ພະຍາດ​ແລ້ວ​ກໍ​ປ່ອຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka