Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:12 - ພຣະຄຳພີສັກສິ

12 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ​ຂຶ້ນ ບໍ່​ວ່າ​ນ້ອຍ​ຫລື​ໃຫຍ່​ກໍຕາມ ຢ່າ​ເຊີນ​ສະເພາະ​ແຕ່​ບັນດາ​ມິດ​ສະຫາຍ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ຍາດຕິພີ່ນ້ອງ ຫລື​ເພື່ອນ​ຜູ້​ທີ່​ຮັ່ງມີ ເພາະ​ເຂົາ​ຈະ​ເຊີນ​ເຈົ້າ​ຄືນ​ເປັນ​ການ​ຕອບ​ແທນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ອາຫານທ່ຽງ ຫລື ອາຫານຄ່ຳ​ລ້ຽງ ຢ່າ​ໄດ້​ເຊີນ​ບັນດາ​ສະຫາຍ, ອ້າຍ​ເອື້ອຍ​ນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານ​ຂອງ​ເຈົ້າ​ທີ່​ຮັ່ງມີ, ເພາະ​ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ ພວກເຂົາ​ອາດ​ຈະ​ເຊີນ​ເຈົ້າ​ຄືນ ແລະ ນັ້ນ​ກໍ​ເປັນ​ອັນ​ວ່າ​ເຈົ້າ​ໄດ້​ຮັບ​ການ​ຕອບແທນ​ແລ້ວ.

Uka jalj uñjjattʼäta Copia luraña




ລູກາ 14:12
13 Jak'a apnaqawi uñst'ayäwi  

ຄົນທຸກ​ນັ້ນ​ແມ່ນແຕ່​ເພື່ອນບ້ານ​ກໍ​ຍັງ​ກຽດຊັງ, ແຕ່​ຄົນ​ຮັ່ງມີ​ພັດ​ມີ​ເພື່ອນຝູງ​ຈົນ​ນັບ​ບໍ່ຖ້ວນ.


ຜູ້​ທີ່​ຂົ່ມເຫັງ​ຄົນທຸກ ກໍ​ເທົ່າກັບ​ໃຫ້​ລາວ​ໄດ້ປຽບ​ໃນ​ທີ່ສຸດ ຜູ້​ທີ່​ເອົາ​ຂອງຂວັນ​ໃຫ້​ຄົນຮັ່ງມີ ກໍ​ເທົ່າກັບ​ເຮັດ​ໃຫ້​ຕົນ​ທຸກຈົນ​ລົງ​ເທົ່ານັ້ນ.


ຖ້າ​ເຈົ້າ​ທັງຫລາຍ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຫຍັງ​ຈາກ​ພຣະເຈົ້າ? ແມ່ນແຕ່​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່ແມ່ນ​ບໍ?


ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ໃຫ້​ຄົນ​ຮັ່ງມີ​ໜີໄປ​ມື​ເປົ່າ.


ເມື່ອ​ເພື່ອນບ້ານ​ໃກ້ຄຽງ​ກັບ​ຍາດຕິພີ່ນ້ອງ​ຂອງ​ນາງ​ໄດ້ຍິນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຄວາມ​ເມດຕາປານີ​ແກ່​ນາງ​ຢ່າງ​ຫລວງຫລາຍ ພວກເຂົາ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ນຳ​ນາງ.


ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”


ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ​ຂຶ້ນ ຈົ່ງ​ເຊີນ​ຄົນ​ຍາກຈົນ ຄົນ​ພິການ ຄົນ​ຂາ​ເສັ້ງ ແລະ​ຄົນ​ຕາບອດ,


ເພື່ອ​ເປັນ​ການ​ຕອບສະໜອງ ເຮົາ​ຈຶ່ງ​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ລູກ​ຂອງເຮົາ​ວ່າ, ຈົ່ງ​ເຮັດ​ກັບ​ພວກເຮົາ ເໝືອນ​ດັ່ງ​ທີ່​ພວກເຮົາ​ເຮັດ​ກັບ​ພວກເຈົ້າ ຄື​ຈົ່ງ​ເປີດ​ໃຈ​ຂອງ​ພວກເຈົ້າ​ອອກ​ໃຫ້​ກວ້າງ​ເຖີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka