Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:1 - ພຣະຄຳພີສັກສິ

1 ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ໄປ​ຮ່ວມ​ພາເຂົ້າ ທີ່​ເຮືອນ​ຂອງ​ຜູ້ນຳ​ຄົນ​ຟາຣີຊາຍ​ຄົນ​ໜຶ່ງ ພວກເຂົາ​ຕ່າງ​ກໍ​ເຝົ້າ​ເບິ່ງ​ພຣະເຢຊູເຈົ້າ​ຢ່າງ​ໃກ້ຊິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ວັນຊະບາໂຕ​ວັນ​ໜຶ່ງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ກິນ​ອາຫານ​ໃນ​ເຮືອນ​ຂອງ​ຜູ້ນຳ​ຊາວ​ຟາຣີຊາຍ​ຄົນ​ໜຶ່ງ, ພຣະອົງ​ຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ.

Uka jalj uñjjattʼäta Copia luraña




ລູກາ 14:1
19 Jak'a apnaqawi uñst'ayäwi  

ຄົນຊົ່ວຮ້າຍ​ຕັ້ງໜ້າ​ຊອມເບິ່ງ​ຄົນ​ຊອບທຳ ທັງ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ລາວ​ຖິ້ມ


ຄົນ​ທີ່​ມາ​ຫາ​ຂ້ານ້ອຍ​ກໍ​ບໍ່ມີ​ຄວາມ​ຈິງໃຈ​ເລີຍ ມາ​ພຽງ​ຮວບຮວມ​ເອົາ​ເລື່ອງ​ບໍ່​ດີ​ໄປ​ເວົ້າ​ທຸກທີ່​ທຸກບ່ອນ.


ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.


ລາວ​ເວົ້າ​ວ່າ, “ເຊີນ​ກິນ ແລະ​ເອົາ​ຕື່ມ​ອີກ​ກໍໄດ້”, ແຕ່​ທີ່​ຈິງ​ແລ້ວ ລາວ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ​ເລີຍ. ລາວ​ຄິດ​ແບບໃດ​ລາວ​ກໍ​ເປັນ​ຄົນ​ແບບນັ້ນ.


ມະນຸດ​ຜູ້ໜຶ່ງ​ກໍ​ມີ​ຄ່າ​ຫລາຍກວ່າ​ແກະ​ເທົ່າ​ໃດ​ໜໍ ສະນັ້ນ ຈຶ່ງ​ອະນຸຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ຊະບາໂຕ.”


ຄົນ​ໃນ​ທີ່ນັ້ນ​ຕ່າງ​ກໍ​ຊອມ​ເບິ່ງ​ວ່າ ພຣະເຢຊູເຈົ້າ​ຈະ​ຊົງ​ໂຜດ​ຮັກສາ​ຄົນ​ນີ້​ໃນ​ວັນ​ຊະບາໂຕ​ຫລື​ບໍ່ ເພາະ​ພວກເຂົາ​ຢາກ​ຫາ​ຂໍ້​ຟ້ອງ​ພຣະອົງ​ວ່າ​ເຮັດ​ຜິດ.


ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ຄົນ​ຟາຣີຊາຍ​ຜູ້ໜຶ່ງ ເຊີນ​ພຣະອົງ​ໄປ​ຮັບປະທານ​ອາຫານ​ທີ່​ເຮືອນ​ຂອງຕົນ ພຣະເຢຊູເຈົ້າ​ຈຶ່ງ​ໄປ ແລະ​ນັ່ງ​ລົງ​ຮັບປະທານ​ອາຫານ.


ຕໍ່ໜ້າ​ພຣະອົງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ທ້ອງມານ​ມາ​ຫາ​ພຣະເຢຊູເຈົ້າ.


ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ​ເມື່ອໃດ?” ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ມາ​ປາກົດ​ຢ່າງ​ໃດ​ຢ່າງ​ໜຶ່ງ​ທີ່​ສັງເກດ​ໄດ້.


ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ ແລະ​ໃຊ້​ຄົນ​ສອດແນມ​ໃຫ້​ປອມຕົວ​ເໝືອນ​ເປັນ​ຄົນ​ສັດຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ອຳນາດ ແລະ ອາດຍາສິດ​ຂອງ​ຜູ້ປົກຄອງ.


ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ​ບາງຄົນ ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ​ວ່າ ເຮັດ​ຜິດ ພວກເຂົາ​ຈຶ່ງ​ຊອມ​ເບິ່ງ​ວ່າ ພຣະອົງ​ຈະ​ໂຜດ​ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ​ຫລື​ບໍ່.


ມີ​ເຈົ້ານາຍ​ຂອງ​ພວກ​ຢິວ​ຄົນ​ໜຶ່ງ​ຊື່​ວ່າ, ນີໂກເດມ ທີ່​ສັງກັດ​ຢູ່​ໃນ​ຄະນະ​ຟາຣີຊາຍ.


ແຕ່​ມີ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສະພາ​ສູງສຸດ​ຊື່​ວ່າ ຄາມາລິເອັນ ແລະ​ເປັນ​ຄົນ​ຟາຣີຊາຍ ເພິ່ນ​ເປັນ​ອາຈານ ແລະ​ເປັນ​ທີ່​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ທົ່ວ​ໄປ ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ ແລະ​ສັ່ງ​ໃຫ້​ເຈົ້າໜ້າທີ່​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວ​ໄລຍະ​ໜຶ່ງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka