Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັກສາ​ສວນ​ວ່າ, ‘ເບິ່ງແມ! ເປັນ​ເວລາ​ສາມ​ປີ​ແລ້ວ ທີ່​ຂ້ອຍ​ມາ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນີ້ ແລະ​ຂ້ອຍ​ກໍ​ບໍ່​ພົບ​ເຫັນ​ເລີຍ ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ ຈະ​ເອົາ​ໄວ້​ໃຫ້​ຮົກ​ດິນ​ລ້າໆ​ເຮັດ​ຫຍັງ?’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ລາວ​ຈຶ່ງ​ເວົ້າ​ກັບ​ຊາຍ​ຜູ້​ເບິ່ງແຍງ​ສວນອະງຸ່ນ​ວ່າ, ‘ເຮົາ​ມາ​ຊອກຫາ​ໝາກ​ຈາກ​ຕົ້ນໝາກເດື່ອ​ໃນ​ຕົ້ນ​ນີ້​ສາມ​ປີ​ແລ້ວ ແຕ່​ບໍ່​ເຄີຍ​ພົບ​ເລີຍ. ຈົ່ງ​ຕັດ​ມັນ​ຖິ້ມ​ສາ! ຈະ​ປູກ​ມັນ​ໃຫ້​ເສຍ​ດິນ​ເຮັດຫຍັງ?’

Uka jalj uñjjattʼäta Copia luraña




ລູກາ 13:7
11 Jak'a apnaqawi uñst'ayäwi  

ບັດນີ້​ເຮົາ​ໃຈຮ້າຍ​ໃຫ້​ພວກເຂົາ​ແລ້ວ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ. ຢ່າ​ພະຍາຍາມ​ຫ້າມ​ເຮົາ​ໄວ້​ເລີຍ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ກາຍເປັນ​ຊົນຊາດ​ໃຫຍ່.”


ເທວະດາ​ຕົນ​ນີ້​ໄດ້​ປະກາດ​ດ້ວຍ​ສຽງດັງ​ວ່າ, ‘ຈົ່ງ​ບັກ​ຕົ້ນໄມ້ ແລະ​ຮານ​ງ່າ​ຂອງ​ມັນ​ຖິ້ມ; ລິ​ໃບ​ຂອງມັນ ແລະ​ເຮັດ​ໃຫ້​ໝາກ​ຂອງມັນ​ຟົ້ງ​ກະຈັດ​ກະຈາຍ​ໄປ ຈົ່ງ​ໄລ່​ຝູງ​ສັດປ່າ​ໃຫ້​ໜີ​ອອກ​ຈາກ​ຮົ່ມ​ຂອງມັນ ແລະ​ຝູງນົກ​ໃຫ້​ໜີ​ຈາກ​ງ່າ​ຂອງມັນ.


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ການາອານ ແລະ​ປູກ​ຕົ້ນໄມ້​ຊະນິດ​ກິນ​ໝາກ ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ສາມ​ປີ​ທຳອິດ​ໝາກໄມ້​ໃນ​ຕົ້ນ​ນັ້ນ​ເປັນ​ມົນທິນ. ໃນ​ໄລຍະ​ເວລາ​ນັ້ນ ພວກເຈົ້າ​ຢ່າ​ສູ່​ກິນ.


ເຮົາ​ຈະ​ອວຍພອນ​ທີ່ດິນ​ປູກຝັງ​ໃນ​ປີ​ທີ​ຫົກ ເພື່ອ​ວ່າ​ມັນ​ຈະ​ຜະລິດ​ອາຫານ​ໃຫ້​ພໍ​ສຳລັບ​ສາມ​ປີ.


ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ​ລົງ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.


ແຕ່​ຄົນ​ຮັກສາ​ສວນ​ນັ້ນ​ຕອບ​ວ່າ, ‘ທ່ານເອີຍ ຂໍ​ປະ​ໄວ້​ປີ​ນີ້​ກ່ອນ ຂ້ານ້ອຍ​ຈະ​ຂຸດ​ດິນ​ອ້ອມ ແລະ​ເອົາ​ຝຸ່ນ​ໃສ່.


ບັດນີ້ ຂວານ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ ຕົ້ນໄມ້​ທຸກ​ກົກ ທີ່​ບໍ່​ເກີດຜົນ​ດີ ກໍ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.”


ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.


ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka