Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:25 - ພຣະຄຳພີສັກສິ

25 ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ເມື່ອ​ເຈົ້າຂອງ​ເຮືອນ​ລຸກຂຶ້ນ ແລະ ອັດ​ປະຕູ​ແລ້ວ, ພວກເຈົ້າ​ກໍ​ຈະ​ຢືນ​ເຄາະ​ປະຕູ​ຢູ່​ທາງນອກ ແລະ ອ້ອນວອນຂໍ​ວ່າ, ‘ທ່ານ​ເອີຍ, ຂໍ​ເປີດ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ດ້ວຍ’. “ແຕ່​ເພິ່ນ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ຫລື ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ຈາກ​ໃສ’.

Uka jalj uñjjattʼäta Copia luraña




ລູກາ 13:25
12 Jak'a apnaqawi uñst'ayäwi  

ຫລັງຈາກ​ຈັດ​ສັດ​ທຸກ​ຊະນິດ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ພ້ອມ​ກັບ​ໂນອາ​ເຂົ້າ​ໃນ​ເຮືອ ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ແລ້ວ ພຣະເຈົ້າຢາເວ​ກໍໄດ້​ອັດ​ປະຕູ​ເຮືອ.


ສະນັ້ນ ປະຊາຊົນ​ທຸກ​ທົ່ວ​ໜ້າ ທີ່​ຈົງຮັກ​ພັກດີ​ຕໍ່​ພຣະອົງ ຄວນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ເມື່ອ​ຄາວ​ຈຳເປັນ ເມື່ອ​ຄວາມ​ທົນທຸກ​ລຳບາກ​ດັ່ງ​ນໍ້າ​ມາກ​ໄຫລຫລັ່ງ​ເຂົ້າ​ມາ ກໍ​ຈະ​ບໍ່​ໄຫລ​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ເດັດຂາດ.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ຝ່າຍ​ເຈົ້າຂອງ​ເຮືອນ​ຍັງ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ການ​ອັນ​ບໍ່​ຊອບທຳ​ເອີຍ!’


ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້


“ເປັນຫຍັງ​ເຈົ້າ​ທັງຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ​ຂ້າ ພຣະອົງເຈົ້າ​ຂ້າ’ ແຕ່​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ພວກເຈົ້າ?


ເພາະ​ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ຄາວ​ແຫ່ງ​ຄວາມ​ກະລຸນາ ເຮົາ​ໄດ້​ຟັງ​ເຈົ້າ ໃນ​ວັນ​ແຫ່ງ​ຄວາມ​ພົ້ນ ເຮົາ​ໄດ້​ຊ່ວຍເຫລືອ​ເຈົ້າ​ໄວ້.” ເບິ່ງແມ! ເວລາ​ນີ້ ແມ່ນ​ຄາວ​ແຫ່ງ​ຄວາມ​ກະລຸນາ ເບິ່ງແມ! ເວລາ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ພົ້ນ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພາຍລຸນ​ມາ ເມື່ອ​ເອຊາວ​ຢາກ​ໄດ້​ຮັບ​ພອນ​ນັ້ນ​ເປັນ​ມໍຣະດົກ ລາວ​ກໍໄດ້​ຮັບ​ແຕ່​ຄຳ​ປະຕິເສດ. ເຖິງ​ແມ່ນ​ວ່າ ລາວ​ສະແຫວງ​ຫາ​ດ້ວຍ​ນໍ້າຕາ​ໄຫລ​ກໍຕາມ ກໍ​ບໍ່ມີ​ທາງ​ແກ້ໄຂ​ໄດ້​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka