Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:21 - ພຣະຄຳພີສັກສິ

21 ກໍ​ເໝືອນ​ກັບ​ເຊື້ອແປ້ງ ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ທັງໝົດ​ນັ້ນ​ຟູ​ຂຶ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ 27 ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.

Uka jalj uñjjattʼäta Copia luraña




ລູກາ 13:21
13 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.


ທາງ​ຂອງ​ຄົນ​ຊອບທຳ​ເດີນ​ໄປ​ນັ້ນ​ເປັນ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ ໂດຍ​ສ່ອງແສງ​ເຫລື້ອມໃສ​ຂຶ້ນ​ໄປ​ຈົນກວ່າ​ກາງເວັນ​ມາຮອດ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ພຣະເຢຊູເຈົ້າ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ເຊື້ອແປ້ງ ທີ່​ຍິງ​ຜູ້ໜຶ່ງ​ໄດ້​ນຳ​ເອົາ​ໄປ​ປົນ​ໃສ່​ແປ້ງ​ສາມ​ຜອງ​ໃຫຍ່ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງໝົດ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ປຽບ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ?


ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ການ​ທີ່​ພວກເຈົ້າ​ອວດອ້າງ​ນັ້ນ ບໍ່​ເປັນ​ການ​ດີ​ເລີຍ ພວກເຈົ້າ​ກໍ​ຮູ້​ວ່າ ເຊື້ອແປ້ງ​ແຕ່​ໜ້ອຍ​ດຽວ ກໍ​ເຮັດ​ໃຫ້​ແປ້ງ​ນວດ​ຟູ​ຂຶ້ນ​ທັງ​ກ້ອນ​ໄດ້.


ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.


ເຫດສະນັ້ນ ຈົ່ງ​ເລີກ​ຈາກ​ຄວາມຊົ່ວ​ມົວໝອງ​ທຸກຢ່າງ ແລະ​ຄວາມ​ຊົ່ວຮ້າຍ​ອັນ​ເຫຼືອ​ຫລາຍ. ຈົ່ງ​ນ້ອມໃຈ​ຮັບ​ເອົາ​ພຣະທຳ ທີ່​ປູກຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາມາດ​ຊ່ວຍ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka