Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:19 - ພຣະຄຳພີສັກສິ

19 ກໍ​ເໝືອນ​ກັບ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ ພືດ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ແລະ​ຝູງ​ນົກ​ກໍ​ມາ​ເຮັດ​ຮັງ​ໃສ່​ກິ່ງ​ກ້ານ​ຂອງ​ມັນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ກໍ​ເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ ແລ້ວ​ກໍ​ປູກ​ໄວ້​ໃນ​ສວນ​ຂອງ​ຕົນ. ມັນ​ກໍ​ໃຫຍ່​ຂຶ້ນ ແລະ ກາຍເປັນ​ຕົ້ນໄມ້​ໃຫ້​ຝູງ​ນົກ​ຈັບ​ຢູ່​ຕາມ​ງ່າ​ຂອງ​ມັນ”.

Uka jalj uñjjattʼäta Copia luraña




ລູກາ 13:19
38 Jak'a apnaqawi uñst'ayäwi  

ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ນ້ອງ​ເປັນ​ສວນ​ສ່ວນຕົວ​ຄົນດຽວ​ຂອງອ້າຍ ຄື​ສວນ​ແຫ່ງ​ໜຶ່ງ​ທີ່​ມີ​ກຳແພງ​ອ້ອມ​ໄວ້​ຢ່າງດີ ເປັນ​ບໍ່​ນໍ້າພຸ​ແຫ່ງ​ໜຶ່ງ​ທີ່​ຖືກ​ຈັບຈ່ອງ​ໄວ້​ແລ້ວ.


ຈົ່ງ​ຕື່ນ​ຂຶ້ນ​ເຖີດ ລົມ​ໃຕ້​ລົມເໜືອ​ເອີຍ ຈົ່ງ​ພັດ​ເອົາ​ກິ່ນ​ຫອມ​ມາ​ທີ່​ສວນ​ຂອງຂ້ອຍ; ຈົ່ງ​ພັດ​ກິ່ນ​ຫອມ​ນັ້ນ​ໃຫ້​ເຕັມ​ທົ່ວ​ເທິງ​ເວຫາ ໃຫ້​ຄົນຮັກ​ຂອງຂ້ອຍ​ມາ​ທີ່​ສວນ ກິນ​ໝາກໄມ້​ທີ່​ດີເລີດ.


ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.


ທີ່ຮັກ​ຂອງອ້າຍ​ເອີຍ ຂໍ​ໃຫ້​ອ້າຍ​ໄດ້ຍິນ ສຽງ​ຂອງນ້ອງ​ເວົ້າ​ຈາກ​ສວນ​ແດ່ ໝູ່ເພື່ອນ​ຂອງອ້າຍ​ນັ້ນ ກຳລັງ​ລໍ​ຟັງ​ນ້ອງ​ເວົ້າຈາ.


ປະຊາຊົນ​ຖາມ​ຄືນ​ວ່າ, “ຜູ້ໃດ​ແດ່​ໄດ້​ເຊື່ອ ເລື່ອງ​ທີ່​ພວກເຮົາ​ລາຍງານ​ດຽວນີ້? ຜູ້ໃດ​ແດ່​ໄດ້​ເຫັນ​ຢ່າງ​ປະຈັກຕາ​ຕົນເອງ ສິ່ງ​ທີ່​ພຣະເຈົ້າຢາເວ​ທຳການ​ໃນ​ເລື່ອງນີ້?


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ສະນັ້ນ ດັ່ງ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກຂຶ້ນ​ມາ ດັ່ງ​ສວນ​ເຮັດ​ໃຫ້​ພືດ​ທີ່​ຫວ່ານ​ລົງ​ງອກ​ຂຶ້ນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ​ທຸກ​ຊົນຊາດ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.


ນົກ​ທຸກ​ຊະນິດ​ຕ່າງ​ກໍໄດ້​ເຮັດ​ເຮືອນຮັງ ໃສ່​ເທິງ​ງ່າ​ທັງຫລາຍ​ຂອງ​ຕົ້ນໄມ້​ນັ້ນ; ສັດປ່າ​ທັງຫລາຍ​ໄດ້​ເກີດ​ລູກ​ໃນ​ທີ່​ກຳບັງ​ຂອງ​ມັນ ຊົນຊາດ​ໃນ​ໂລກ​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ​ດ້ວຍ.


ໃບ​ຂອງ​ມັນ​ງາມ ແລະ​ມີ​ໝາກ​ຢ່ອນ​ລົງ​ເຕັມ​ຕົ້ນ ພໍ​ໃຫ້​ຄົນ​ທົ່ວໂລກ​ກິນ​ໄດ້. ສັດປ່າ​ທັງຫລາຍ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ ຝູງນົກ​ກໍ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ຕ່າງ​ກໍ​ກິນ​ໝາກ​ຂອງ​ມັນ.


ສ່ວນ​ໃບ​ກໍ​ງາມ ແລະ​ໝາກ​ກໍ​ມີ​ພຽງພໍ​ໃຫ້​ຄົນ​ທົ່ວໂລກ​ກິນ. ສັດປ່າ​ທັງຫລາຍ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ ແລະ​ຝູງນົກ​ກໍ​ເຮັດ​ຮັງ​ໃສ່​ງ່າ.


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [


ພຣະເຢຊູເຈົ້າ​ກ່າວ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ຈະ​ປຽບ​ຄື​ຫຍັງ? ຫລື​ຈະ​ໃຊ້​ຄຳອຸປະມາ​ຢ່າງ​ໃດ​ເພື່ອ​ອະທິບາຍ​ເຖິງ​ອານາຈັກ​ນີ້?


ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”


ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ເປໂຕ ແລະ​ໄດ້​ຮັບ​ບັບຕິສະມາ ແລະ​ໃນ​ວັນ​ນັ້ນ​ມີ​ຄົນ​ເພີ່ມ​ເຂົ້າ​ມາ​ຕື່ມ​ເປັນ​ລູກສິດ​ປະມານ​ສາມພັນ​ຄົນ.


ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.


ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ເມື່ອ​ໄດ້ຍິນ​ຄຳສັ່ງສອນ​ນັ້ນ ແລະ​ມີ​ພວກ​ຜູ້ຊາຍ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka