Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:12 - ພຣະຄຳພີສັກສິ

12 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ ພຣະອົງ​ຈຶ່ງ​ເອີ້ນ​ນາງ​ອອກ​ມາ​ທາງ​ໜ້າ ແລະ ກ່າວ​ກັບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ໄດ້​ພົ້ນ​ຈາກ​ຄວາມ​ພິການ​ຂອງ​ເຈົ້າ​ແລ້ວ”.

Uka jalj uñjjattʼäta Copia luraña




ລູກາ 13:12
9 Jak'a apnaqawi uñst'ayäwi  

ໂດຍ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ພະຍາດ​ຂອງ​ພວກເຂົາ​ໄດ້​ຫາຍດີ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຂຸມຝັງສົບ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ພ້ອມແລ້ວ ທີ່​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງເຮົາ. ເຮົາ​ພ້ອມແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ພົບ​ເຮົາ, ແຕ່​ພວກເຂົາ​ບໍ່ໄດ້​ພະຍາຍາມ​ເລີຍ. ຊົນຊາດ​ນີ້​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ພ້ອມແລ້ວ​ທີ່​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ທີ່​ນີ້ ເຮົາ​ຈະ​ຊ່ວຍ​ພວກເຈົ້າ.’


ຈົ່ງ​ຕີ​ໝາກ​ສົບໄຖ​ເປັນ​ດາບ ແລະ​ກ່ຽວ​ເປັນ​ຫອກ​ສາ ແມ່ນແຕ່​ຄົນ​ອ່ອນແອ​ກໍ​ຕ້ອງ​ລຸກຂຶ້ນ​ຕໍ່ສູ້.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ເມື່ອ​ເຖິງ​ຍາມ​ຄໍ່າ, ປະຊາຊົນ​ກໍ​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫຼົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຊົງ​ໂຜດ​ຜູ້​ເຈັບໄຂ້​ໄດ້ປ່ວຍ​ທຸກຄົນ​ໃຫ້​ຫາຍ​ດີ.


ໃນ​ທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ໄດ້​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້.


ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ.


ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka