Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:11 - ພຣະຄຳພີສັກສິ

11 ໃນ​ທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ໄດ້​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ.

Uka jalj uñjjattʼäta Copia luraña




ລູກາ 13:11
20 Jak'a apnaqawi uñst'ayäwi  

ແລ້ວ​ມານຊາຕານ​ກໍ​ໜີ​ອອກ​ຈາກ​ການ​ຊ້ອງໜ້າ​ພຣະເຈົ້າຢາເວ​ໄປ ແລະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ໂຢບ​ເປັນ​ບາດແຜ​ເຕັມຕົວ.


ພຣະເຈົ້າຢາເວ​ຊ່ວຍ​ຄົນ​ທີ່​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຂັດສົນ ແລະ​ອູ້ມຊູ​ຄົນ​ທີ່​ລົ້ມລົງ​ໃຫ້​ເຂົາ​ລຸກຂຶ້ນ​ໃໝ່.


ພຣະເຈົ້າຢາເວ​ໃຫ້​ຄົນ​ຕາບອດ​ໄດ້​ມີ​ໂອກາດ​ເຫັນຮຸ່ງ​ອີກ. ພຣະເຈົ້າຢາເວ​ຍົກຍໍ​ທຸກຄົນ​ທີ່​ໄດ້​ລົ້ມລົງ​ໃຫ້​ລຸກຂຶ້ນ​ໃໝ່ ພຣະເຈົ້າຢາເວ​ຮັກ​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ທາງ​ຊອບທຳ​ນັ້ນ.


ຂ້ານ້ອຍ​ຖືກ​ຕີ​ຈົນ​ລົ້ມ​ທັງ​ອິດອ່ອນ​ໝົດ​ກຳລັງ ຕະຫລອດ​ທັງວັນ​ຈຶ່ງ​ຮ້ອງໄຫ້​ແລະ​ໄວ້ທຸກ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ອິດອ່ອນ​ຊຸດໂຊມ​ລົງ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ແດ່ທ້ອນ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ກຳລັງ​ດ້ວຍ ເພາະ​ອິດເມື່ອຍ​ທີ່ສຸດ ແລະ​ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເປັນ​ທຸກຢ່າງ​ໜັກໜ່ວງ


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລູກ​ຂອງ​ເຈົ້າ​ເປັນ​ແນວ​ນີ້​ມາ​ໄດ້​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງແຕ່​ນ້ອຍ​ພຸ້ນ


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.”


ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?”


ເມື່ອ​ເຫດການ​ເຫຼົ່ານີ້​ເລີ່ມ​ເກີດຂຶ້ນ ພວກເຈົ້າ​ຈົ່ງ​ລຸກ​ຢືນ​ແລະ​ເງີຍ​ຫົວ​ຂຶ້ນ ເພາະ​ຄວາມ​ພົ້ນ​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.”


ພ້ອມ​ດ້ວຍ​ພວກ​ແມ່ຍິງ​ບາງຄົນ​ທີ່​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໃຫ້​ຫາຍ​ດີ​ຈາກ​ພະຍາດ​ຕ່າງໆ​ຄື ມາຣີ (ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ໄທ​ມັກດາລາ) ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ,


ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ບົກ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນີ້​ມາ​ພົບ​ພຣະອົງ ຊາຍ​ຄົນ​ນີ້​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່ ເປັນ​ເວລາ​ດົນນານ​ແລ້ວ​ທີ່​ລາວ​ບໍ່ໄດ້​ນຸ່ງ​ເຄື່ອງ ແລະ​ບໍ່ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ.


ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້.


ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.


ຊາຍ​ຜູ້​ທີ່​ຖືກ​ຮັກສາ​ໃຫ້​ຫາຍ​ດີ​ຍ້ອນ​ການ​ອັດສະຈັນ​ນີ້ ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka