Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:1 - ພຣະຄຳພີສັກສິ

1 ໃນ​ຂະນະ​ນັ້ນ ມີ​ບາງຄົນ​ໃນ​ທີ່ນັ້ນ ໄດ້​ເລົ່າ​ສູ່​ພຣະເຢຊູເຈົ້າ​ຟັງ ເຖິງ​ເລື່ອງ​ຊາວ​ຄາລີເລ​ທີ່​ຖືກ​ປີລາດ​ຂ້າ ເອົາ​ເລືອດ​ຂອງ​ເຂົາ​ປົນ​ກັບ​ເຄື່ອງ​ຖວາຍບູຊາ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ເວລາ​ນັ້ນ ມີ​ບາງຄົນ​ໄດ້​ບອກ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ຊາວ​ຄາລີເລ​ກຸ່ມ​ໜຶ່ງ ເຊິ່ງ​ປີລາດ​ເຮັດ​ໃຫ້​ເລືອດ​ຂອງ​ພວກເຂົາ​ປົນ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ລູກາ 13:1
8 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ວັນ​ຕໍ່ມາ​ແຕ່​ເຊົ້າໆ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ທຸກຄົນ​ໄດ້​ວາງແຜນ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ປະຫານ​ຊີວິດ​ພຣະອົງ.


ພວກເຂົາ​ລ່າມໂສ້​ພຣະອົງ ແລະ​ນຳ​ພຣະອົງ​ໄປ​ມອບ​ໃຫ້​ປີລາດ​ຜູ້​ປົກຄອງ​ຊາວ​ໂຣມ.


ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”


ດ້ວຍ​ຄວາມ​ງຶດ​ປະຫລາດ​ໃຈ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ທີ່​ເວົ້າ​ກັນ​ຢູ່​ນີ້ ເປັນ​ຊາວ​ຄາລີເລ​ທັງໝົດ​ບໍ່ແມ່ນ​ບໍ?


ຫລັງຈາກ​ຜູ້​ນີ້ ກໍ​ແມ່ນ​ຢູດາ​ຊາວ​ຄາລີເລ​ທີ່​ປາກົດ​ຕົວ​ຂຶ້ນ ໃນ​ຄາວ​ຈົດ​ບັນຊີ​ສຳມະໂນຄົວ, ຢູດາ​ໄດ້​ຊັກ​ນຳ​ປະຊາຊົນ​ໃຫ້​ຕິດຕາມ​ລາວ ແຕ່​ລາວ​ກໍ​ຖືກ​ຂ້າ​ເໝືອນກັນ ແລະ​ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ ກໍ​ແຕກ​ກະຈັດ​ກະຈາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka