ນາງເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາພາວັນນາອະທິຖານພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ເພື່ອວ່າຍາດຕິພີ່ນ້ອງຂອງຂ້ານ້ອຍ ຜູ້ທີ່ຮັບຜິດຊອບແກ້ແຄ້ນຕໍ່ການຕາຍຂອງລູກຊາຍຂ້ານ້ອຍນັ້ນ ຈະບໍ່ເຮັດຜິດອັນຮ້າຍແຮງກວ່ານັ້ນ ໂດຍຂ້າລູກຊາຍຄົນໜຶ່ງອີກຂອງຂ້ານ້ອຍ.” ກະສັດດາວິດຕອບວ່າ, “ເຮົາສັນຍາໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ ວ່າລູກຊາຍອີກຄົນໜຶ່ງຂອງເຈົ້າຈະບໍ່ຖືກທຳຮ້າຍແຕ່ຢ່າງໃດໝົດ.”