Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:57 - ພຣະຄຳພີສັກສິ

57 “ດ້ວຍເຫດໃດ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ຕັດສິນ​ເອົາ​ເອງ​ວ່າ ສິ່ງໃດ​ເປັນ​ເລື່ອງ​ທີ່​ຖືກຕ້ອງ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

57 “ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ຕັດສິນ​ເອງ​ວ່າ​ສິ່ງໃດ​ຖືກຕ້ອງ?

Uka jalj uñjjattʼäta Copia luraña




ລູກາ 12:57
10 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ​ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ເດື່ອເທດ​ນີ້​ໄດ້ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ບໍ່​ພຽງ​ເທົ່ານັ້ນ ພວກເຈົ້າ​ຈະ​ສາມາດ​ສັ່ງ​ແມ່ນແຕ່​ພູເຂົາ​ໜ່ວຍ​ນີ້​ວ່າ ‘ຈົ່ງ​ເຈື່ອນ​ລົງ​ໄປ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.


ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຊີ້​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ສ່ວນ​ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ​ໄດ້​ເຊື່ອ​ເພິ່ນ, ຝ່າຍ​ພວກເຈົ້າ​ເຖິງ​ແມ່ນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ກໍຕາມ, ແຕ່​ພາຍລຸນ​ມາ​ພວກເຈົ້າ​ກໍ​ບໍ່​ກັບໃຈ ແລະ​ເຊື່ອ​ເພິ່ນ.”


ເມື່ອ​ເຈົ້າ​ທັງຫລາຍ​ເຫັນ​ໃບ​ຂອງ​ມັນ​ເລີ່ມ​ປົ່ງ ພວກເຈົ້າ​ກໍ​ຮູ້​ວ່າ​ໃກ້​ຈະ​ເຖິງ​ລະດູ​ຮ້ອນ​ແລ້ວ.


ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”


ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”


ຝ່າຍ​ພວກເຈົ້າ ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ການ​ທີ່​ແມ່ຍິງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ໃນ​ທີ່​ຊຸມຊົນ​ໂດຍ​ບໍ່ມີ​ຜ້າປົກ​ຫົວ​ນັ້ນ ເປັນ​ການ​ສົມຄວນ​ຫລື​ບໍ່?


ທຳມະຊາດ​ເອງ​ກໍ​ສອນ​ພວກເຮົາ​ວ່າ ການ​ທີ່​ຜູ້ຊາຍ​ໄວ້​ຜົມ​ຍາວ​ນັ້ນ​ກໍ​ເປັນ​ທີ່​ອັບອາຍ,


ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka