ລູກາ 12:5 - ພຣະຄຳພີສັກສິ5 ເຮົາຈະເຕືອນໃຫ້ພວກເຈົ້າຮູ້ວ່າ ຜູ້ໃດທີ່ພວກເຈົ້າຄວນຢ້ານ ຈົ່ງຢ້ານພຣະເຈົ້າຜູ້ທີ່ມີສິດອຳນາດ ທີ່ຈະຂ້າແລະຖິ້ມລົງໃນນະຣົກໄດ້ ແມ່ນແທ້ເຮົາບອກພວກເຈົ້າວ່າ ຈົ່ງຢ້ານພຣະອົງນັ້ນແຫຼະ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ແຕ່ເຮົາຈະສະແດງໃຫ້ພວກເຈົ້າເຫັນວ່າພວກເຈົ້າຄວນຢ້ານຜູ້ໃດຄື: ຈົ່ງຢ້ານພຣະອົງຜູ້ທີ່ຈະຂ້າຮ່າງກາຍຂອງເຈົ້າແລ້ວກໍຍັງມີສິດອຳນາດທີ່ຈະຖິ້ມພວກເຈົ້າລົງນະລົກໄດ້. ເຮົາບອກພວກເຈົ້າວ່າ, ແມ່ນແລ້ວ ຈົ່ງຢ້ານພຣະອົງ. Uka jalj uñjjattʼäta |
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.
ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານເພື່ອຕັດສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະຖືກນຳຂຶ້ນສານສູງເພື່ອຕັດສິນລົງໂທດ ແລະຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ.