Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:44 - ພຣະຄຳພີສັກສິ

44 ແນ່ນອນ​ທີ່ສຸດ ເຮົາ​ບອກ​ພວກເຈົ້າ​ວ່າ ຜູ້​ເປັນ​ນາຍ​ຈະ​ໃຫ້​ຄົນ​ຮັບໃຊ້​ຜູ້​ນັ້ນ​ຮັບຜິດຊອບ​ສົມບັດ​ທັງໝົດ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ນາຍ.

Uka jalj uñjjattʼäta Copia luraña




ລູກາ 12:44
8 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ເປັນ​ນາຍ​ຈະ​ມອບ​ໃຫ້​ຄົນ​ຮັບໃຊ້​ຜູ້​ນີ້ ຮັບຜິດຊອບ​ຊັບສິນ​ທັງໝົດ​ຂອງຕົນ.


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ເມື່ອ​ນາຍ​ມາ​ພົບ​ຂ້າໃຊ້​ຜູ້​ກຳລັງ​ເຮັດ​ຢ່າງ​ນັ້ນ​ຢູ່ ມັນ​ກໍ​ເປັນ​ສຸກ.


ແຕ່​ຖ້າ​ຄົນ​ໃຊ້​ຜູ້​ນັ້ນ​ຄິດ​ວ່າ ຍັງ​ອີກ​ດົນ​ນາຍ​ຂອງຕົນ​ຈະ​ກັບ​ມາ ແລະ​ຖ້າ​ລາວ​ລົງ​ມື​ຂ້ຽນ​ຕີ​ຄົນ​ຮັບໃຊ້​ຜູ້​ອື່ນໆ ທັງ​ຊາຍ​ແລະ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ມືນ​ເມົາ​ດ້ວຍ,


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka