Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:41 - ພຣະຄຳພີສັກສິ

41 ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ທ່ານ​ຍົກ​ຄຳອຸປະມາ​ນີ້​ຂຶ້ນ​ມາ ເພື່ອ​ໝາຍເຖິງ​ພວກ​ຂ້ານ້ອຍ ຫລື​ວ່າ​ໝາຍເຖິງ​ທຸກໆ​ຄົນ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກຂ້ານ້ອຍ ຫລື ແກ່​ທຸກຄົນ?”

Uka jalj uñjjattʼäta Copia luraña




ລູກາ 12:41
6 Jak'a apnaqawi uñst'ayäwi  

ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນກັນ​ວ່າ ຈົ່ງ​ເຝົ້າ​ລະວັງ​ຢູ່.”


ແລ້ວ​ພຣະອົງ​ກໍ​ກັບຄືນ​ມາ ແລະ​ເຫັນ​ພວກ​ສາວົກ​ນອນ​ຫລັບ​ຢູ່, ພຣະອົງ​ກ່າວ​ແກ່​ເປໂຕ​ວ່າ, “ຊີໂມນ​ເອີຍ ເຈົ້າ​ຍັງ​ນອນ​ຫລັບ​ຢູ່​ບໍ? ເຈົ້າ​ບໍ່​ສາມາດ​ເຝົ້າ​ຢູ່​ຈັກ​ຊົ່ວໂມງ​ດຽວ​ບໍ?”


“ຂ້ອຍໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ, ແຕ່​ບໍ່ໄດ້​ຈັດ​ຕຽມຕົວ​ໄວ້ ແລະ​ບໍ່ໄດ້​ເຮັດ​ຕາມ​ໃຈ​ນາຍ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ຫລາຍ​ບາດ.


ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka