Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:18 - ພຣະຄຳພີສັກສິ

18 ແລ້ວ​ເສດຖີ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້ ຄື​ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ທີ່​ເຮົາ​ມີ​ຢູ່ ແລະ​ສ້າງ​ເລົ້າ​ໃໝ່​ໃຫ້​ໃຫຍ່​ກວ່າ​ເກົ່າ​ຂຶ້ນ​ແທນ ແລະ​ເອົາ​ຜົນລະປູກ ກັບ​ສິ່ງຂອງ​ທັງໝົດ​ທີ່​ເຮົາ​ມີ ເກັບ​ໄວ້​ຢູ່​ໃນ​ບ່ອນ​ນັ້ນ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 “ແລ້ວ​ລາວ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້​ຄື ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ຂອງ​ເຮົາ​ລົງ​ແລ້ວ​ສ້າງ​ເລົ້າ​ໃໝ່​ຂຶ້ນ​ໃຫ້​ໃຫຍ່​ກວ່າ​ເກົ່າ ແລະ ຈະ​ເອົາ​ຜົນລະປູກ​ສວ່ນ​ທີ່​ເຫລືອ​ຂອງ​ເຮົາ​ເກັບ​ໄວ້​ຢູ່​ບ່ອນ​ນັ້ນ.

Uka jalj uñjjattʼäta Copia luraña




ລູກາ 12:18
11 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.


ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ທ້ອງຟ້າ ມັນ​ບໍ່ໄດ້​ຫວ່ານ ບໍ່ໄດ້​ເກັບກ່ຽວ ແລະ​ບໍ່ໄດ້​ທ້ອນໂຮມ​ໄວ້​ໃນ​ເລົ້າ ແຕ່​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ນົກ​ນັ້ນ ພວກເຈົ້າ​ມີຄ່າ​ຫລາຍກວ່າ​ຝູງ​ນົກ​ນັ້ນ​ບໍ່ແມ່ນ​ບໍ?


ເສດຖີ​ຄົນ​ນີ້​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ເຮົາ​ບໍ່ມີ​ບ່ອນ​ພຽງພໍ ເພື່ອ​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້?’


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


ຄົນ​ທີ່​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ ແລະ​ບໍ່​ຮັ່ງມີ​ຕໍ່​ພຣະເຈົ້າ​ກໍ​ເປັນ​ດັ່ງນີ້ແຫລະ.”


ຈົ່ງ​ພິຈາລະນາ​ເບິ່ງ​ຝູງ​ກາ ພວກ​ມັນ​ບໍ່ໄດ້​ຫວ່ານ​ເມັດ​ພືດ ຫລື​ເກັບກ່ຽວ​ຜົນລະປູກ ພວກ​ມັນ​ບໍ່ມີ​ເລົ້າເຂົ້າ ຫລື​ບ່ອນ​ເກັບ​ເຄື່ອງຂອງ ແຕ່​ພຣະເຈົ້າ​ກໍ​ຍັງ​ຊົງ​ລ້ຽງ​ພວກມັນ​ໄວ້, ພວກເຈົ້າ​ຍິ່ງ​ມີ​ຄ່າ​ລື່ນ​ກວ່າ​ຝູງ​ນົກ​ເຫຼົ່ານັ້ນ


ເປັນ​ເວລາ​ດົນນານ ທີ່​ຕຸລາການ​ຜູ້​ນີ້ ບໍ່​ຍອມ​ດຳເນີນ​ການ​ໃດໆ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຄິດ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ​ກໍຕາມ,


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ຄຳ​ຕຸລາການ ຜູ້​ບໍ່​ຍຸດຕິທຳ​ຄົນ​ນີ້​ເວົ້າ.


ປັນຍາ​ຢ່າງ​ນີ້ ບໍ່ໄດ້​ມາ​ຈາກ​ເບື້ອງ​ເທິງ ແຕ່​ເປັນ​ປັນຍາ​ຂອງ​ຝ່າຍ​ໂລກນີ້, ເປັນ​ຢ່າງ​ທຳມະດາ​ມະນຸດ​ແລະ​ເປັນ​ຢ່າງ​ມານຮ້າຍ.


ດັ່ງນັ້ນ ເຈົ້າ​ທັງຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້ນີ້​ຫລື​ມື້ອື່ນ ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງນັ້ນ​ເມືອງນີ້ ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ໜຶ່ງ ແລະ​ຈະ​ຄ້າຂາຍ​ເອົາ​ກຳໄລ.”


ແທນ​ທີ່​ຈະ​ເວົ້າ​ດັ່ງນັ້ນ ພວກເຈົ້າ​ຄວນ​ເວົ້າ​ດັ່ງນີ້, “ຖ້າ​ພຣະເຈົ້າ​ພໍພຣະໄທ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ແລະ​ຈະ​ເຮັດ​ສິ່ງນັ້ນ ຫຼື​ສິ່ງນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka